ຂ່າວສານ ແລະ ກິດຈະກຳ

1

ເປີດໃຫ້ບໍລິການແລ້ວສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20

22/12/2020
ສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20 ໄດ້ເປີດໃຫ້ບໍລິການແລ້ວ ໃນວັນທີ 12 ທັນວາ 2020 ຕັ້ງຢູ່ບ້ານຫຼັກ20, ເມືອງຄຳເກີດ, ແຂວງບໍລິຄຳໄຊ.      ເປັນສະຖານີບໍລິການນໍ້າມັນຮູບແບບ Standard P1-3000 ໃຫ້ກຽດເຂົ້າຮ່ວມ ໃນພິທີເປີດໂດຍ ທ່ານ ພົງສະຫວັນ ຍົງທະບູນ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ພົງສະຫວັນ ຫຼັກ20, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ) ແລະ ບັນດາແຂກພາຍໃນງານ.      ພາຍໃນສະຖານີມີຮ້ານ ຄາເຟ່ ອາເມຊອນ, ຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ ລູກຄ້າ ແລະ ຍັງມີຮ້ານຄ້າອີກຫຼາກຫຼາຍທີ່ຈະເປີດໃຫ້ບໍລິການລູກຄ້າໃນໄວໆນີ້. ...
1

ງານສະເຫຼີມສະຫຼອງວັນພໍ່ແຫ່ງຊາດໄທ ວັນທີ 05 ທັນວາ 2020 ແລະ ຄົບຮອບ 70 ປີ ການສະຖາປະນາຄວາມສຳພັນທາງການທູດໄທ-ສປປ ລາວ.

15/12/2020
ໃນຕອນແລງຂອງວັນທີ 04 ທັນວາ 2020 ທີ່ສະຖານເອກອັກ ຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມສະຫຼອງວັນພ ໍ່ແຫ່ງຊາດໄທ ແລະ ສະເຫຼີມສະຫຼອງຄົບຮອບ 70 ປີ ການສະຖາປະນາ ຄວາມສຳພັນທາງການທູດໄທ - ສປປ ລາວ.     ພາຍໃນງານໄດ້ມີການສະແດງສິລະປະຫຼາກຫຼາຍ ແລະ ມີການເປີດ ບູ໊ດເພື່ອປະຊາສຳພັນອາຫານ ແລະ ສິນຄ້າໄທໃນ ສປປ ລາວ, ເຊິ່ງ ພີທີທີ (ລາວ) ກໍ່ເປັນໜຶ່ງໃນສິນຄ້າໄທທີ່ໄດ້ຮ່ວມເປີດບູ໊ດເຄື່ອງດື່ມ “ຄາເຟ ອາເມຊອນ” “ຊານົມໄຂ່ມຸກ ເພີເລີ້ທີ” ແລະ “ເຂົ້າປຽກປູ ປາກເຊ” ພາຍໃນງານ ເພື່ອສະແດງເຖິງຄວາມສາມັກຄີ ຄວາມສຳພັນ ອັນແໜ້ນແຟ້ນຂອງທັງສອງປະເທດ. ...
1

ພິທີມອບສວນໄດໂນເສົາ ທີ່ແຂວງສະຫວັນນະເຂດ.

15/12/2020
ໃນຕອນເຊົ້າວັນທີ 03 ທັນວາ 2020 ທີ່ຜ່ານມາ ທີ່ສວນສາທະລະນະວົງວຽນໄດໂນເສົາ ບ້ານໂພນສະຫວ່າງເໜືອ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບຕົ້ນໄມ້ເພື່ອຕົບແຕ່ງສວນສາທາລະນະໄດໂນເສົາ, ຖັງຂີ້ເຫຍື້ອ ແລະ ຕິດຕັ້ງ ປ້າຍທີ່ເສົາໄຟຟ້າ ເປັນການເຜີຍແຜ່ກົດລະບຽບຈະລາຈອນ ເຜີຍແຜ່ຄໍາຂວັນກອງປະຊຸມ ໃຫຍ່ຜູ້ແທນຄະນະພັກແຂວງສະຫວັນນະເຂດ ລວມມູນຄ່າ 128,000,000 ກີບ.      ໃຫ້ກຽດໂດຍ ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນພົມວິຫານ, ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນ ພ້ອມດ້ວຍຄະນະ ແລະ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ເຂົ້າຮ່ວມໃນພິທີ. ...
1

ພີທີທີ (ລາວ) ມອບອຸປະກອນການຮຽນ-ປຶ້ມແບບຮຽນ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ບ້ານນໍ້າເງິນ, ເມືອງເງິນ, ແຂວງໄຊຍະບູລີ.

15/12/2020
ບໍລິສັດ ພີທີທີ (ລາວ) ຈໍາກັດ ມອບປຶ້ມແບບຮຽນ-ອຸປະກອນການຮຽນ ໃຫ້ແກ່ ໂຮງຮຽນປະຖົມສຶກສາສົມບູນ ບ້ານນໍ້າເງິນ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ຜ້າຫົ່ມ ໃຫ້ແກ່ປະຊາຊົນ ບ້ານນໍ້າເງິນ, ເມືອງເງິນ, ແຂວງໄຊຍະບູລີ ໃນວັນທີ 20 ພະຈິກ 2020. ຕາງໜ້າມອບຮັບໂດຍ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ, ທ່ານ ຄໍານວນ ແກ້ວວັນໄຊ ນາຍບ້ານ ບ້ານນໍ້າເງິນ, ທ່ານ ວາງປໍລີ ຮອງນາຍບ້ານ ບ້ານນໍ້າເງິນ, ທ່ານ ໄກສອນ ແສງເດດ ຫົວໜ້າຫ້ອງການຍຸດຕິທຳບ້ານນໍ້າເງິນ ແລະ ທ່ານ ສີສະຫວາດ ພົມມະເສນ ຮອງຫົວໜ້າສຶກສາເມືອງເງິນ. ...
1

27th Anniversary PTT (LAO) Co.,Ltd

15/12/2020
ໃນວັນທີ 11 ພະຈິກ 2020 ທ່ານ ມົນໄຊບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຜູ້ບໍລິຫານ ແລະ ພະນັກງານ ພີທີທີ (ລາວ) ໄດ້ຮ່ວມສະເຫຼີມສະຫຼອງວັນຄົບຮອບ 27 ປີ ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ທີ່ສຳນັກງານໃຫຍ່ ພີທີທີ (ລາວ) ເຊິ່ງໄດ້ມີພິທີຕັກບາດ ຖະຫວາຍສັງຄະທານ ແລະ ບາສີສູ່ ຂວັນ ເພື່ອເປັນສິຣິມຸງຄຸນໃຫ້ແກ່ ບໍລິສັດ ພີທີທີ (ລາວ) ຈໍາກັດ. ...
1

ຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ.

15/12/2020
ໃນວັນທີ 29 ຕຸລາ 2020 ທີ່ສຳນັກງານໃຫຍ່ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ຈັດກິດຈະກຳຝຶກອົບຮົມປະຖົມພະຍາບານຂັ້ນຕົ້ນ ແລະ ຝຶກອົບຮົມສະກັດກັ້ນຕ້ານອັກຄີໄພ ນໍາໂດຍທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍພະນັກງານ ພີທີທີ (ລາວ), ທີມງານໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ 1623 ແລະ ທີມງານກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ . ເພື່ອໃຫ້ພະນັກງານຮູ້ເຂົ້າໃຈເຖິງຄວາມສຳຄັນຂອງການຊ່ວຍເຫຼືອຜູ້ບາດເຈັບ ແລະ ຄວາມອັນຕະລາຍຂອງອັກຄີໄພ ສາມາດປ້ອງກັນ ແລະ ສາມາດແກ້ໄຂສະຖານະການສຸກເສີນໄດ້. ...
9

ພີທີທີ (ລາວ) ແຍກແລກຍິ້ມ

15/12/2020
ບໍລິສັດ ພີທີທີ (ລາວ) ຈໍາກັດໄດ້ຮ່ວມກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ບັນຍາຍຜົນກະທົບຕໍ່ສິ່ງແວດລ້ອມກ່ຽວກັບປັນຫາຂີ້ເຫຍື້ອ ໃຫ້ກຽດບັນຍາຍໂດຍ ທ່ານ ທະນະພົນ ກະມົນທະນະກຸນ ຮອງຜູ້ອຳນວຍການສາຍການຕະຫຼາດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ.   ...