ຂ່າວສານ ແລະ ກິດຈະກຳ

ປະກາດຮັບສະໝັກຜູ້ຮັບເຫມົາ-ຮັກສາຄວາມປອດໄພ

ປະກາດຮັບສະໝັກຜູ້ຮັບເໝົາວຽກ ຮັກສາຄວາມປອດໄພ ປະຈຳປີ 2022-2023 ບໍລິສັດ ພີທີທີ (ລາວ) ຈຳກັດ.

30/08/2022
ສົນໃຈສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່ ນ. ແສງເພັດ ລາດຊະວົງ 020 55514036. ...
3

ພີທີທີ (ລາວ) ສະໜັບສະໜູນເສື້ອ PTT Lubricants ໃຫ້ແກ່ ໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ.

13/06/2022
ໃນວັນທີ 3 ມີຖຸນາ 2022 ບໍລິສັດ ພີທີທີ (ລາວ) ຈຳກັດ ຕາງໜ້າໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-Oil ແລະ ທ່ານ ພະຣົດ ເລີດພິທັກສິນໄຊ ຮອງຜູ້ອຳນວຍການສາຍການເງິນ ແລະ ແຜນ ໄດ້ມອບເສື້ອ PTT Lubricants ໃຫ້ແກ່ ນັກສຶກສາການເມືອງປ້ອງກັນຄວາມສະ ຫງົບ ຮຸ່ນທີ 14 ຈຳນວນ 100 ຜືນ ທີ່ໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ.     ເປັນກຽດຮັບໂດຍ ທ່ານ ພັອ ຄຳສິງ ນົນທະສອນ ຫົວໜ້າກອງບັນຊາການຕຳຫຼວດ. ການສະໜັບສະ ໜູນແມ່ນເພື່ອສົ່ງເສີມເຂົ້າໃນການເຄື່ອນໄຫວກິດຈະກຳກິລາຂອງ ໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ ກໍຄືການປະກອບສ່ວນເຂົ້າໃນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດຂອງພັກໃຫ້ມີບັນຍາກາດຟົດຟື້ນ ມີຄວາມຫ້າວຫັນໃນການປະຕິບັດວຽກງານ. ...
34086

Café Amazon Lao Barista Championship 2022 .

26/05/2022
Café Amazon Lao Barista Championship 2022 ຈັດຂຶ້ນເພື່ອເສີມສ້າງທັກສະການຊົງກາເຟຕາມມາດຕະຖານ ແລະ ການບໍລິການທີອົບອຸ່ນ, ເຊິ່ງເລີ່ມຄັດເລືອກຕົວແທນສາຂາ ຕັ້ງແຕ່ເດືອນເມສາ 2022 ທີຜ່ານມາ ໂດຍຄັດເລືອກເອົາຜູ້ເຂົ້າຮອບ 20 ຄົນສຸດທ້າຍ ຈາກຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດ 80 ຄົນທົ່ວປະເທດ. ການແຂ່ງຂັນດຳເນີນມາຮອດຮອບຊິງຊະນະເລີດໃນວັນທີ 13​ ພຶດສະພາ 2022 ທີ່ ສູນເຝິກອົບຮົມ  Café Amazon Training Center ສາຂາວັດຈັນ ແລະ ໄດ້ຄັດເລືອກເອົາຜູ້ຊະນະເລີດເປັນທີຮຽບຮ້ອຍແລ້ວ. ລາງວັນຊະນະເລີດ ທ້າວ ພູວາ ເພືອງພັນສີ, ຄາເຟ່ ອາເມຊອນ ສາຂາ ແກ້ງແຮດ. ລາງວັນຮອງຊະນະເລີດ ອັນດັບ 1 ນາງ ຄູນໄຊ ຄູນພັກດີ ຄາເຟ່ ອາເມຊອນ ສາຂາ ບຶງຂະຫຍອງ....