ຂ່າວສານ ແລະ ກິດຈະກຳ

ແຈ້ງການ ເນື່ອງໃນໂອກາດສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ. 2565
08/04/2022ເນື່ອງໃນໂອກາດສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ. 2565 ບໍລິສັດ ພີທີທີ (ລາວ) ຈຳກັດ ສຳນັກງານໃຫຍ່ ຈະປິດໃຫ້ບໍລິການນັບແຕ່ວັນທີ 13-17/04/2022 ແລະ ຈະເປີດໃຫ້ບໍລິການເປັນປົກກະຕິໃນວັນທີ 18/04/2022. #ສຳລັບປໍ້ານໍ້າມັນ ແມ່ນຈະເປີດໃຫ້ບໍລິການເປັນປົກກະຕິ ແຕ່ເວລາ 06:00 - 22:00 ໂມງ . ...

ພີທີທີ (ລາວ) ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານປາກເປາະ, ເມືອງວັງວຽງ, ແຂວງວຽງຈັນ.
08/04/2022ໃນວັນທີ 18 ມີນາ 2022 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ມອບອຸປະກອນການຮຽນ-ການສອນ ແລະ ອຸປະກອນປ້ອງກັນໂຄວິດ-19 ໂດຍມີ ປຶ້ມແບບຮຽນ 230 ຫົວ, ອຸປະກອນການຮຽນ 170 ຊຸດ, ຜ້າປິດປາກ 2,500 ອັນ ແລະ ສະບູລ້າງມື 50 ກ້ອນ ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານ ປາກເປາະ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໃຫ້ກຽດມອບ-ຮັບໂດຍ ທ່ານ ທີຣະ ວິລະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍພະນັກງານ ພີທີທີ (ລາວ) ແລະ ທ່ານ ນາງ ຫຼ້ານ້ອຍ ເພັງໄຊຍາ ຜູ້ອຳນວຍການໂຮງຮຽນປະຖົມສົມບູນ...

ແຈ້ງການ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ.
07/03/2022ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 112 ປີ (08/03/1910 - 08/03/2022) ບໍລິສັດ ພີທີທີ (ລາວ) ຈຳກັດ ສຳນັກງານໃຫຍ່ ຈະປິດໃຫ້ບໍລິການໃນວັນທີ 08/03/2022 ແລະ ຈະເປີດໃຫ້ບໍລິການເປັນປົກກະຕິໃນວັນທີ 09/03/2022. #ສຳລັບປໍ້ານໍ້າມັນ ແມ່ນຈະເປີດໃຫ້ບໍລິການເປັນປົກກະຕິ ແຕ່ເວລາ 06:00 - 22:00 ໂມງ . ...

ພິທີເປີດ ງານວາງສະແດງຜະລິດຕະພັນລາວຄັ້ງທີ 9 (MADE IN LAOS 2022).
02/03/2022ພິທີເປີດ ງານວາງສະແດງຜະລິດຕະພັນລາວຄັ້ງທີ 9 (MADE IN LAOS 2022) ໃນວັນທີ 23 ກຸມພາ 2022 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍຜູ້ປະກອບການ ຜູ້ຮ່ວມທຸລະກິດ ແລະ ບໍລິສັດທີ່ໃຫ້ການສະໜັບສະໜູນເຂົ້າຮ່ວມໃນງານ. ພ້ອມດຽວກັນນີ້, ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ກໍ່ໄດ້ເຂົ້າຮ່ວມໃນງານ ພ້ອມທັງສະໜັບສະໜູນງານໃນຄັ້ງນີ້ ມູນຄ່າ 15,000,000 ກີບ...

ພີທີທີ (ລາວ) ມອບອຸປະກອນປ້ອງກັນການລະບາດເຊື້ອພະຍາດໂຄວິດ-19 ໃຫ້ແກ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
02/03/2022ພິທີມອບ-ຮັບ ອຸປະກອນປ້ອງກັນການແຜ່ລະບາດເຊື້ອພະຍາດໂຄວິດ-19 ທີ່ ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 17 ກຸມພາ 2022 ເປັນກຽດມອບ-ຮັບ ໂດຍ ທ່ານ ອາລຸນໄຊ ສູນນາລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ເຂົ້າຮ່ວມ, ອຸປະກອນທີ່ມອບປະກອບມີ ໜ້າກາກອະນາໄມ ຈຳນວນ 10,00 ອັນ ແລະ ສະເປແອວກໍຮໍ ຈຳນວນ 150 ອັນ. ເພື່ອນຳໄປຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນາລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກໍ່ໄດ້ສະເເດງຄວາມຂອບອົກຂອບໃຈ ໃນການຊ່ວຍເຫຼືອ...

ພີທີທີ (ລາວ) ມອບເງິນສະໜັບສະໜູນ ງານວາງສະແດງຜະລິດຕະພັນລາວ ປີ 2021.
17/02/2022ງານວາງສະແດງຜະລິດຕະພັນລາວ ປີ 2021 ແມ່ນເປັນການປຸກລະດົມຂົນຂວາຍຜູ້ປະກອບການ ຜູ້ຜະລິດສິນຄ້າໃນທຸກຂະແໜງການໃນທົ່ວປະເທດເຂົ້າຮ່ວມ ທັງໃນລະດັບຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ໄດ້ມີເວທີພົບປະເພື່ອແລກປ່ຽນປະສົບການຄວາມຮູ້ເຊິ່ງກັນ ແລະ ກັນ. ປີນີ້ ພີທີທີ (ລາວ) ກໍ່ໄດ້ເຂົ້້າຮ່ວມສະໜັບໜູນງານມູນຄ່າ 15,000,000 ກີບ, ໃຫ້ກຽດຮັບ-ມອບ ໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ທີຣະ ວິິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະທັງສອງຝ່າຍ. ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ນໍາໃຊ້ຜະລິດຕະພັນລາວໃນວິຖີຊີວິດໃໝ່, ພ້ອມດຽວກັນນັ້ນກໍ່ເປັນການຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດ Covid-19. ...

ຄະນະຜູ້ບໍລິຫານ ພີທີທີ (ລາວ) ເຂົ້າອວຍພອນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ.
23/01/2022ໃນວັນທີ 18 ມັງກອນ 2022 ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ໄດ້ເຂົ້າອວຍພອນປີໃໝ່ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ນາງ ຈິຣັດສະຍາ ພິຣານົນ ອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ພ້ອມທັງເຂົ້າຮ່ວມປະຊຸມປຶກສາຫາລືຮ່ວມກັບ ກຸ່ມສະພາທຸລະກິດໄທ-ລາວ ເພື່ອແລກປ່ຽນແນວທາງການຄ້າ ແລະ ການຂົນສົ່ງສິນຄ້າທາງລົດໄຟໃນ ສປປ ລາວ ອີກດ້ວຍ. ...