ໂຄງການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນ ຮອບທີ 2 ມີ ສະຖານີບໍລິການນໍ້າມັນເຂົ້າຮ່ວມປະກວດ 17 ສະຖານີ, ຜົນການຕັດສິນໃນຮອບນີ້ ເນື່ອງຈາກມີ 3 ສະຖານີທີ່ມີຜົນຄະແນນເທົ່າທຽມກັນຈຶ່ງໄດ້ຕັດສິນໃຫ້ 3 ສະຖານີໄດ້ຮັບລາງວັນທີ 1 ເຊິ່ງໄດ້ແກ່: ສະຖານີບໍລິການນໍ້າມັນ ພີທີທີ ຫຼວງພະບາງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ. ສະຖານີບໍລິການນໍ້າມັນ ພີທີທີ ໄຊທານີ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ສະຖານີບໍລິການນໍ້າມັນ ພີທີທີ ດົງກະໂລງ, ເມືອງປາກເຊ, ແຂວງຈຳປາສັກ.

  ເປັນໂຄງການທີ່ຈັດຂຶ້ນເພື່ອຍົກລະດັບມາດຕະຖານຂອງສະຖານີບໍລິການນໍ້າມັນໃຫ້ດີຂຶ້ນ, ສ້າງແຮງຈູງໃຈໃນການເຮັດວຽກໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ໃນສະຖານີບໍລິການນໍ້າມັນ COCO ຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ທົ່ວປະເທດ ແລະ ພັດທະນາການບໍລິການເພື່ອຮັບໃຊ້ສັງຄົມໃຫ້ດີຂຶ້ນເລື້ອຍໆ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.