ສະຖານີບໍລິການນໍ້າມັນ ພີທີທີ ບົວຄ່ຽມ (ຊຽງຂວາງ 1)ຕັ້ງຢູ່ ບ້ານທົ່ງມິໄຊ, ເມືອງແປກ, ແຂວງຊຽງຂວາງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນວັນທີ 17 ມັງກອນ 2022 ທີ່ຜ່ານມາ. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ນາງ ບົວຄ່ຽມ ພານຸວົງ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ບົວຄ່ຽມ (ຊຽງຂວາງ 1), ທ່ານ ວິທະຍາ ວິບູນທີຣະວຸດ ຮອງຜູ້ອຳນວຍການ ສາຍການຕະຫຼາດ ບໍລິສັດ ພີທີທີ (ລາວ) ຈຳກັດ, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍແຂກທີ່ມີກຽດເຂົ້າຮ່ວມໃນງານ.

ສະຖານີບໍລິການນໍ້າມັນ ພີທີທີ ບົວຄ່ຽມ (ຊຽງຂວາງ 1) ເປັນສະຖານີໃນຮູບແບບ Standard. ພາຍໃນສະຖານີປະກອບດ້ວຍທຸລະກິດ ຮ້ານ ຄາເຟ່ ອາເມຊອນ, ຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.