ໃນປະຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ກໍ່ຍັງມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ, ວັນທີ 28 ກໍລະກົດ 2021 ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບອຸປະກອນການແພດປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໃຫ້ແກ່ ສຳນັກງານຜູ້ຊ່ວຍທູດທະຫານໄທ ປະຈຳນະຄອນຫຼວງວຽງຈັນ.

ອຸປະກອນການແພດທີ່ມອບຄັ້ງນີ້ມີ ໜ້າກາກອະນາໄມ 5.000 ອັນ ແລະ ເຈວແອວກໍຮໍລ້າງມື 500 ml ຈຳນວນ 200 ຂວດ ລວມມູນຄ່າ 16.000.000 ກີບ ເປັນການປະກອບສ່ວນອຸປະກອນເພື່ອໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ. ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ພົອ ຊາຕຣີ ສີກຣະມົນ ຜູ້ຊ່ວຍທູດຝ່າຍທະຫານ ປະຈຳສະຖານເອກອັກຄະຣາຊະທູດໄທ ປະຈຳນະຄອນຫຼວງວຽງຈັນ  ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ພົນເອກ ຊາຕຣີ ສີກຣະມົນ ກໍໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ພີທີທີ (ລາວ) ຈຳກັດ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍ ແລະ ໄດ້ມອບອຸປະກອນການແພດຊ່ວຍເຫລືອໃນຄັ້ງນີ້ ພ້ອມທັງຈະນຳອຸປະກອນຈຳນວນນີ້ເຂົ້າໃຊ້ໃນວຽກງານຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີປະສິດທິຜົນສູງສຸດເພື່ອໃຫ້ ສປປ ລາວ. ຫລຸດພົ້ນວິກິດນີ້ ແລະ ກ້າວເຂົ້າສູ່ສະພາບປົກກະຕິໂດຍໄວ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.