ໃນວັນທີ 05 ພຶດສະພາ 2021 ບໍລິສັດ ພີທີທີ (ລາວ) ຈຳກັດ  ຮ່ວມສົມທົບທຶນປະກອບສ່ວນສະຫນັບສະຫນູນໃນການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ໂດຍການມອບເງິນສະຫນັບສະຫນູນມູນຄ່າ 30,000,000 ກີບ ໃຫ້ແກ່ ສະຖານທູດໄທ ປະຈຳ ສປປ ລາວ.

ໃຫ້ກຽດຕາງຫນ້າມອບ-ຮັບໂດຍ ທ່ານ ນາງ ວະຣາທິບ ສຸພະຊະວະໂຣດ ອັກຄະຣາຊະທູດທີ່ປຶກສາ ແລະ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ. ເພື່ອປະກອບສ່ວນໃນການຄວບຄຸມ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ຄັ້ງທີສອງທີ່ກຳລັງລະບາດໃນປະເທດລາວ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.