ໃນວັນທີ 3 ມີຖຸນາ 2022 ບໍລິສັດ ພີທີທີ (ລາວ) ຈຳກັດ ຕາງໜ້າໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-Oil ແລະ ທ່ານ ພະຣົດ ເລີດພິທັກສິນໄຊ ຮອງຜູ້ອຳນວຍການສາຍການເງິນ ແລະ ແຜນ ໄດ້ມອບເສື້ອ PTT Lubricants ໃຫ້ແກ່ ນັກສຶກສາການເມືອງປ້ອງກັນຄວາມສະ ຫງົບ ຮຸ່ນທີ 14 ຈຳນວນ 100 ຜືນ ທີ່ໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ.

    ເປັນກຽດຮັບໂດຍ ທ່ານ ພັອ ຄຳສິງ ນົນທະສອນ ຫົວໜ້າກອງບັນຊາການຕຳຫຼວດ. ການສະໜັບສະ ໜູນແມ່ນເພື່ອສົ່ງເສີມເຂົ້າໃນການເຄື່ອນໄຫວກິດຈະກຳກິລາຂອງ ໂຮງຮຽນທິດສະດີການເມືອງປ້ອງກັນຄວາມສະຫງົບ ກໍຄືການປະກອບສ່ວນເຂົ້າໃນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດຂອງພັກໃຫ້ມີບັນຍາກາດຟົດຟື້ນ ມີຄວາມຫ້າວຫັນໃນການປະຕິບັດວຽກງານ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.