ງານວາງສະແດງຜະລິດຕະພັນລາວ ປີ 2021 ແມ່ນເປັນການປຸກລະດົມຂົນຂວາຍຜູ້ປະກອບການ ຜູ້ຜະລິດສິນຄ້າໃນທຸກຂະແໜງການໃນທົ່ວປະເທດເຂົ້າຮ່ວມ  ທັງໃນລະດັບຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ໄດ້ມີເວທີພົບປະເພື່ອແລກປ່ຽນປະສົບການຄວາມຮູ້ເຊິ່ງກັນ ແລະ ກັນ. ປີນີ້ ພີທີທີ (ລາວ) ກໍ່ໄດ້ເຂົ້້າຮ່ວມສະໜັບໜູນງານມູນຄ່າ 15,000,000 ກີບ, ໃຫ້ກຽດຮັບ-ມອບ ໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ທີຣະ ວິິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະທັງສອງຝ່າຍ.

ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນ ຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ນໍາໃຊ້ຜະລິດຕະພັນລາວໃນວິຖີຊີວິດໃໝ່, ພ້ອມດຽວກັນນັ້ນກໍ່ເປັນການຊ່ວຍຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດ Covid-19.  

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.