ເມື່ອວັນທີ 18 ມັງກອນ 2021 ທີ່ຜ່ານມາ ພີທີທີ (ລາວ) ໄດ້ມອບຢາງໝາກຕອຍ ໃຫ້ແກ່ ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ ແລະ ບ້ານນາສ້ຽວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຈໍານວນ 50 ຟຸ້ຍ ມູນຄ່າ 65,000,000 ກີບ. ຕາງໜ້າມອບຮັບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສານງານທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍທີມງານ ພີທີທີ (ລາວ), ທ່ານ ສຸວັນໄຊ ລິດທະລັງສີ ນາຍບ້ານ ບ້ານໂພນສົມບູນ ພ້ອມດ້ວຍການຈັດ ຕັ້ງບ້ານໂພນສົມບູນ, ທ່ານ ສົມຊາຍ ສວນບຸນມາ ນາຍບ້ານ ບ້ານນາສ້ຽວ ພ້ອມດ້ວຍການຈັດຕັ້ງບ້ານນາສ້ຽວ. ປະກອບສ່ວນສະໜັບສະໜູນຢາງໝາກຕອຍເພື່ອປູທາງຢາງເຂົ້າບ້ານ ປັບປຸງຖະຫົນທາງ ເຮັດໃຫ້ການສັນຈອນ ຂອງປະຊາຊົນສະດວກສະບາຍຂຶ້ນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.