ໃນຕອນເຊົ້າວັນທີ 18 ຕຸລາ 2021 ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍພະນັກງານ ໄດ້ມອບເຄື່ອງດື່ມ ຊານົມໄຂ່ມຸກ ເພີລີ້ທີ ໃຫ້ແກ່ຄະນະແພດໝໍ 3 ໂຮງໝໍ ໂດຍມີ ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍເສດຖາທິລາດ ຈຳນວນ 600 ຈອກ ລວມມູນຄ່າ 9,990,000 ກີບ.

  ພີທີທີ (ລາວ) ຂໍເປັນກຳລັງໃຈໃຫ້ແກ່ແພດໝໍທຸກໆທ່ານ ໃນການປະຕິບັດໜ້າທີ່ຕໍ່ສູ້ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ 19 ແລະ ຂໍໃຫ້ຜ່ານພົ້ນວິກິດການໃນໄວໆນີ້.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.