ໃນວັນທີ 21 ເມສາ 2022, ເວລາ 10:00 ໂມງເຊົ້າ ທີ່ຫ້ອງປະຊຸມຊັ້ນ 8 ສຳນັກງານໃຫຍ່ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ໄດ້ຈັດພິທີລົງນາມບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ບໍລິສັດ ພີທີທີ ໂອອາ ຈຳກັດ ມະຫາຊົນ. ວ່າດ້ວຍການຮ່ວມມືພັດທະນາ ແລະ ຄວາມເປັນໄປໄດ້ໃນການລົງທຶນສາງເກັບນໍ້າມັນ ແລະ ຂົນສົ່ງໃນເຂດໂລຈິດສຕິກ ນະຄອນຫຼວງວຽງຈັນ. ໃຫ້ກຽດລົງນາມໂດຍ ທ່ານ ຈັນທອນ ສິດທີໄຊ ປະທານ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ທ່ານ ຊົງພົນ ເທບນຳໂສມມະນັດ Senior Executive Vice President, International Marketing ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມຄັ້ງນີ້ດ້ວຍ.       

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.