ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2021 ທາງໜ່ວຍງານບຸກຄົນຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ນຳພາພະນັກງານ ເຂົ້າຮັບການສັກຢາວັກຊີນ Sinopharm ທີ່ໂຮງໝໍສູນກາງ 103 ກອງທັບ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19  ແລະ ເພື່ອຄວາມປອດໄພຂອງພະນັກງານ.

ໂດຍການເຂົ້າຮັບການສັກຢາວັກຊີນ ລວມມີທັງພະນັກງານ ພີທີທີ (ລາວ) ແລະ ສະມາຊິກໃນຄອບຄົວຂອງພະນັກງານ ພີທີທີ (ລາວ). ຫຼັງຈາກການສັກຢາແລ້ວ ບໍລິສັດ ພີທີທີ (ລາວ) ຈຳກັດ ກໍ່ໄດ້ສະໜັບສະໜູນອາຫານທ່ຽງ ຈາກຮ້ານ ເຂົ້າປຽກປູ ປາກເຊ ແລະ ເຄື່ອງດື່ມ ຈາກຮ້ານ ຊານົມໄຂ່ມຸກ Pearly Tea ໃຫ້ກັບທີມແພດໝໍທີ່ບໍລິການການສັກຢາ ທີ່ໂຮງໝໍສູນກາງ 103 ກອງທັບ ໃນຄັ້ງນີ້ດ້ວຍ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.