
ໃນວັນທີ 20 ພະຈິກ 2024 – ບໍລິສັດ ພີທີທີ(ລາວ)ຈຳກັດ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ລົງນາມເຊັນສັນຍາຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ຊຸກຍູ້ການເຕີບໂຕທາງທຸລະກິດ ແລະ ເສີມຂະຫຍາຍຕະຫຼາດ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ຂອງ ບໍລິສັດ ເບຍລາວ ເຊິ່ງມີຜູ້ບໍລິຫານຂອງທັງສອງບໍລິສັດເຂົ້າຮ່ວມ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອໍານວຍການ PTT Lao Co., Ltd. ແລະ ຕ່າງໜ້າບໍລິສັດ ເບຍລາວ ຈຳກັດນຳໂດຍ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການໃຫຍ່.


ທ່ານ ພີຣະເວດ ນະ ຣະນອງ ໄດ້ສະແດງຄວາມຮູ້ສຶກຕໍ່ການຮ່ວມມືຄັ້ງນີ້ວ່າ: “ພວກເຮົາຕື່ນເຕັ້ນເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບບໍລິສັດເບຍລາວ, ການຮ່ວມມືໃນຄັ້ງນີ້ບໍ່ພຽງແຕ່ຈະເສີມສ້າງຄວາມແຂງແກ່ນໃຫ້ກັບຜະລິດຕະພັນຂອງພວກເຮົາ ແຕ່ຍັງເປັນການຂະຫຍາຍການເຂົ້າເຖິງຕະຫລາດໃນລາວ ໃຫ້ທົ່ວເຖິງກວ່າເກົ່າ. ພວກເຮົາທັງສອງບໍລິສັດພ້ອມແລ້້ວທີ່ຈະສ້າງມາດຖານໃໝ່ໃນການມອບຄຸນະພາບທີ່ດີ ແລະ ຄວາມເພິ່ງພໍໃຈໃນກັບລູກຄ້າຂອງພວກເຮົາ”
ທ່ານ ເຮັນຣິກ ແອນເດີສັນ ໄດ້ກ່າວໃນງານວ່າ: “ການຮ່ວມມືກັບ ຄາເຟ່ ອາເມຊອນ ທີ່ເປັນແຟນຊາຍຄາເຟທີ່ໃຫຍ່ ແລະ ເຕີບໂຕໄວທີ່ສຸດໃນລາວນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການສ້າງສັນ, ນຳເອົານະວັດຕະກໍາ ແລະ ສິ່ງທີ່ດີທີ່ສຸດ ໂດຍພວກເຮົາທັງສອງບໍລີສັດ ເບຍລາວ ແລະ ຄາເຟ່ ອາເມຊອນ ຕ່າງກໍ່ຂື້ນຊື່ເຖິງການມອບປະສົບການທີ່ພຣີມ້ຽມ ແລະ ມີຄຸນນະພາບໃຫ້ແກ່ລູກຄ້າຂອງພວກເຮົາຢູ່ສະເໝີ ເຊິ່ງນັບແຕ່ນີ້ເປັນຕົ້ນໄປ ຈະໄດ້ພົບກັບຜະລິດພັນທີ່ໄດ້ຮັບຄວາມນິຍົມຈາກ ບໍລິສັດ ເບຍລາວ ວ່າງຈຳໜ່າຍໃນຮ້ານຄາເຟ່ ອາເມຊອນ ເພື່ອເປັນການຍົກລະດັບ ແລະ ຕອນສະໜອງຄວາມຫຼາກຫຼາຍທາງດ້ານເຄື່ອງດື່ມໃຫ້ກັບຜູ້ບໍລິໂພກໃນຮ້ານຄ້າທີ່ໃຫ້ມີເອກະລັກແຫ່ງນີ້ ແລະ ພວກເຮົາມີຄວາມຍິນດີ ແລະ ຕື່ນເຕັ້ນເປັນຢ່າງຍິ່ງທີ່ຈະໄດ້ເຮັດວຽກຮ່ວມກັນກັບທີມການມືອາຊີບຢ່າງ ຄາເຟ່ ອາເມຊອນ ເພື່ອຮ່ວມກັນຂະຫຍາຍທຸລະກິດຢ່າງຢືນຍົງໄປພ້ອມໆກັນ.”


ພວກເຮົາທັງສອງບໍລິສັດ ມຸ້ງໝັ້ນທີ່ຈະມອບສິ່ງທີ່ດີທີ່ສຸດ ແລະ ພັດທະນາວົງການເຄື່ອງດື່ມ ແລະ ຮ້ານຄາເຟ່ໃນລາວ ໃຫ້ມີບາດກ້າວໃໝ່ຂອງການເຕີບໂຕໃນອະນາຄົດ.
ນອກຈາກການເພີ່ມຜະລິດຕະພັນຂອງບໍລິສັດ ເບຍລາວ ເຂົ້າໄປໃນລາຍການ ຮ້ານຄາເຟ່ ອາເມຊອນ ທັງສອງບໍລິສັດ ຍັງສຸມໃສ່ການສ້າງສັນເຄື່ອງດື່ມທີ່ມີນະວັດຕະກຳໃຫມ່ໆ, ການສົ່ງເສີມການຂາຍຮ່ວມກັນ ແລະ ການຮ່ວມມືໃນຄັ້ງນີ້ຄາດວ່າຈະຊ່ວຍຂັບເຄື່ອນການເຕີບໂຕ ແລະ ສ້າງໂອກາດໃຫມ່ໃຫ້ກັບທັງສອງບໍລິສັດ

