ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ໄດ້ຈັດກິດຈະກໍາຈິດອາສາທີ່ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ22) ໃນວັນທີ 16 ມີຖຸນາ 2020 ນໍາໂດຍ ທ່ານ ດຳລົງ ໃຄ່ຄວນ ເອກອັກຄະຣາຊະທູດໄທ, ທ່ານ ສົມຫວັງ ພິມມະສອນ ຮອງຫົວໜ້າ ກະຊວງກະສິກຳ ແລະ ປ່າໄມ້ ເມືອງນາຊາຍທອງ, ທ່ານ ບຸນຈັນ ກົມບຸນຍະສິດ ຜູ້ອຳນວຍການສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊົ້ວ (ຫຼັກ 22) ພ້ອມດ້ວຍຄະນະຈາກສະຖານເອກອັກຄະຣາຊະທູດໄທ ແລະ ທີມຈິດອາສາຈາກ ພີທີທີ (ລາວ) ກໍ່ໄດ້ຮ່ວມກິດຈະກຳຈິດອາສາ ໂດຍຮ່ວມປູກຕົ້ນໝາກພ້າວນໍ້າຫອມ ແລະ ຮ່ວມສະໜັບສະໜູນນໍ້າດື່ມ ພີທີທີ (ລາວ) ໃນກິດຈະກຳຄັ້ງນີ້ດ້ວຍ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.