News and Activity

หลวงน้ำทา (2)

ການລົງ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ຂອງກົມມາດຕະຖານແລະວັດແທກທີ່ປ້ຳແຂວງພາເຫນືອຂອງ ສປປ ລາວ

06/05/2025
ໃນລະຫວ່າງວັນທີ 23/04/2025-02/05/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກປະຈຳແຕ່ລະແຂວງພາກເຫນືອຂອງລາວໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 8 ສະຖານີບໍລິການນ້ຳມັນດັ່ງນີ້: 1. ສະຖານີບໍລິການນ້ຳມັນ ໄຊຍະ 2. ສະຖານີບໍລິການນ້ຳມັນ ຫົງສາ 3. ສະຖານີບໍລິການນ້ຳມັນ ບໍ່ແກ້ວ 4. ສະຖານີບໍລິການນ້ຳມັນ ຕົ້ນເຜິ້ງ 5. ສະຖານີບໍລິການນ້ຳມັນ ຫລວງນ້ຳທາ 6. ສະຖານີບໍລິການນ້ຳມັນ ນາເຕີຍ 7. ສະຖານີບໍລິການນ້ຳມັນ ອຸດົມໄຊ 8. ສະຖານີບໍລິການນ້ຳມັນ ຫລວງພະບາງ ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ ສະຖານີບໍລິການນ້ຳມັນ ໄຊຍະ ແລະ ຫົງສາ ສະຖານີບໍລິການນ້ຳມັນ ບໍ່ແກ້ວ...
S__6668294

ຊົມເຊີຍວັນກຳມະກອນສາກົນ 1 ພຶດສະພາຄົບຮອບ 139 ປີຢ່າງສຸດໃຈ

30/04/2025
ດ້ວຍກຽດສັກສີຂອງລູກກຳມະກອນ ຊົມເຊີຍວັນກຳມະກອນສາກົນ 1 ພຶດສະພາຄົບຮອບ 139 ປີຢ່າງສຸດໃຈ ...
494226134_1265136002281658_6609784358607651007_n

ມອບຮັບຢ່າງເປັນທາງການ ການເປັນຜູ້ອຸປະຖຳສະໂມສອນບານເຕະກອງທັບປະຊາຊົນລາວ

30/04/2025
ໃນຕອນເຊົ້າຂອງວັນທີ 28/04/2025 ທີ່ກອງກິລາ ກະຊວງປ້ອງກັນປະເທດ ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ມອບການອຸປະຖຳໃຫ້ກັບສະໂມສອນບານເຕະກອງທັບປະຊາຊົນລາວ ຢ່າງເປັນທາງການ ຕາງຫນ້າມອບໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ(ລາວ)ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານ ແລະ ຕາງຫນ້າຮັບມອບໂດຍ ພັນເອກ ສີບູນ ທຳມະວົງ ຫົວຫນ້າກອງກິລາ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບກຽດເປັນສັກຂີພະຍານການມອບຮັບຄັ້ງນີ້ ໂດຍ ທ່ານ ພັນເອກ ນິທິໂຣດ ວໍຣະຊາດທິນະສານ ຜູ້ຊ່ວຍທູດຝ່າຍທະຫານບົກແລະຮັກສາຣາຊະການຜູ້ຊ່ວຍທູດຝ່າຍທະຫານ ແຫ່ງຣາຊະອານາຈັກໄທ. ບໍລິສັດ ພີທີທີ(ລາວ)ຈຳກັດ ມີຄວາມຍິນດີທີ່ໄດ້ເປັນສ່ວນຫນຶ່ງໃນການອຸປະຖຳສົ່ງເສີມກິລາບານເຕະ ທັງນີ້ເພື່ອເປັນການສົ່ງເສີມກິລາບານເຕະອາຊີບໃນລາວໃຫ້ມີຂະບວນການຟົດຟື້ນ ສ້າງຄ່ານິຍົມໃຫ້ເຍົາວະຊົນຫັນມາໃຊ້ເວລາວ່າງຫລິ້ນກິລາຫ່າງໄກຈາກປະກົດການຫຍໍ້ທໍ້ໃນສັງຄົມ ພັດທະນາສັກກະຍະພາບນັກກິລາສູ່ອາຊີບ ແລະ ສ້າງຊື່ສຽງຕໍ່ໄປໃນລະດັບຊາດ #PTTLAO #ສະຫນັບສະຫນູນສະໂມສອນບານເຕະກອງທັບປະຊາຊົນລາວ #ArmyFC ...
494060403_1265102082285050_8705363717020465009_n

ບໍລິສັດ ພີທີທີ(ລາວ)ຈຳກັດ ຈັດສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງສ້າງລາຄານ້ຳມັນເຊື້ອໄຟຂອງປະເທດໄທ

30/04/2025
ໃນຕອນແລງຂອງວັນທີ 25/04/2025 ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງສ້າງລາຄານ້ຳມັນເຊື້ອໄຟຂອງປະເທດໄທ ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນປະທານຮັບຟັງການບັນຍາຍໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວຫນ້າກົມການຄ້າພາຍໃນ ໃນການບັນຍາຍເລື່ອງໂຄງສ້າງ ລາຄານ້ຳມັນຂອງປະເທດໄທຄັ້ງນີ້ ທາງບໍລິສັດ ພີທີທີ(ລາວ) ຈຳກັດ ໄດ້ເຊີນ ທ່ານ ຣະຊາ ອຸໄທຈັນ ຮອງກຳມະການຜູ້ຈັດການໃຫຍ່ທຸລະກິດຕ່າງປະເທດ ບໍລິສັດ ໂອອາ ປະເທດໄທ ແລະ ທີມງານເຂົ້າບັນຍາຍ ພ້ອມກັນນັ້ນ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ(ລາວ) ຈຳກັດ ຄະນະຜູ້ບໍລິຫານງານ ລວມທັງພະນັກງານວິຊາການ ກໍໄດ້ເຂົ້າຮ່ວມການສຳມະນາຢ່າງພ້ອມພຽງ ນອກຈາກນີ້ ຍັງມີພາກສ່ວນກົມທະບຽນວິສາຫະກິດ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ, ກົມສ່ວຍສາອາກອນ ກໍ່ໄດ້ເຂົ້າຮ່ວມ. ເນື່ອງດ້ວຍ ບໍລິສັດ ພີທີທີ(ລາວ)ຈຳກັດ...
Vangvieng (1)

ການລົງ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ຂອງກົມມາດຕະຖານແລະວັດແທກແຂວງວຽງຈັນ

24/04/2025
ໃນລະຫວ່າງວັນທີ 21-22/04/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກແຂວງວຽງຈັນໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 5 ສະຖານີບໍລິການນ້ຳມັນດັ່ງນີ້: 1. ສະຖານີບໍລິການນ້ຳມັນ ປັນຍາທິລາດ ຫລ້ກ 52 2. ສະຖານີບໍລິການນ້ຳມັນ ໂພນໂຮງ 3. ສະຖານີບໍລິການນ້ຳມັນ ວັງວຽງ 2 4. ສະຖານີບໍລິການນ້ຳມັນ ວັງວຽງ 1 5. ສະຖານີບໍລິການນ້ຳມັນ ກາສີ ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ ສະຖານີບໍລິການນ້ຳມັນ ປັນຍາທິລາດ ຫລັກ52 ສະຖານີບໍລິການນ້ຳມັນ ໂພນໂຮງ ສະຖານີບໍລິການນ້ຳມັນ ວັງວຽງ 1 ສະຖານີບໍລິການນ້ຳມັນ ວັງວຽງ2 ສະຖານີບໍລິການນ້ຳມັນ...
490302292_1248398447288747_7032085394337227479_n

PTTLAOຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ປ້ຳນ້ຳມັນ ພີທີທີ(ລາວ) ສາຂາຫນອງແຕ່ງ

13/04/2025
ໃນວັນທີ 12ເມສາ2025 ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ສະແດງຄວາມຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ປ້ຳນ້ຳມັນ ພີທີທີ(ລາວ) ສາຂາຫນອງແຕ່ງ ໃນການປະຕິບັດຫນ້າທີ່ລະງັບເຫດໄຟໄຫມ້ລົດໃນຂະນະທີ່ມາເຕີມນ້ຳມັນໃນປ້ຳ ເປັນການສະແດງເຖິງຄວາມມີສັກກະຍະພາບຢ່າງຍິ່ງໃນການປະຕິບັດວຽກງານຮັກສາມາດຕະການດ້ານຄວາມປອດໄພໄດ້ຢ່າງເປັນເລີດ ຕາມແບບແຜນນະໂຍບາຍຂອງບໍລິສັດທີ່ວາງອອກ ທັງນີ້ ພີທີທີ(ລາວ) ຂໍຂອບໃຈພະນັກງານທຸກຄົນທີ່ຕັ້ງໃຈປະກອບສ່ວນປະຕິບັດວຽກງານດ້ວຍຄວາມທຸ້ມເທຕະຫລອດມາ ພ້ອມນີ້ຂໍຂອບໃຈພາກສ່ວນອື່ນໆບໍ່ວ່າຈະເປັນຫນ່ວຍງານກູ້ໄພ ຫນ່ວຍງານດັບເພີງ ແລະຜູ້ທີ່ມີສ່ວນຮ່ວມທຸກຄົນທີ່ໃຫ້ການຊ່ວຍເຫລືອໃນເຫດການຄັ້ງນີ້ ຂໍອວຍພອນໄຊໃຫ້ທຸກຄົນຈົ່ງປະສົບແຕ່ຄວາມສຸກໂຊກດີຕະຫລອດໄປ ດ້ວຍຄວາມປາຖະຫນາດີຈາກ ບໍລິສັດ ພີທີທີ(ລາວ)ຈຳກັດ ...