News and Activity

S__38125889_0-3

ກຳມະການ ແລະ CEO ພ້ອມດ້ວຍຄະນະຜູ້ບໍລິຫານ PTTOR ເດີນທາງຢ້ຽມຢາມທຸລະກິດຂອງ PTTLAO

27/03/2024
ໃນວັນທີ 22 ມີນາ 2024 ກຳມະການ ແລະ CEO ພ້ອມດ້ວຍຄະນະຜູ້ບໍລິຫານ PTTOR ໄດ້ເດີນທາງໄປຢ້ຽມຢາມສາງນ້ຳມັນນະຄອນຫລວງວຽງຈັນ ຂອງ PTTLAO ເພື່ອກວດກາວຽກງານຄວາມປອດໄພ ຄວາມພ້ອມໃນການຮອງຮັບການຂະຫຍາຍທຸລະກິດຂອງບໍລິສັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນອານາຄົດ ທ່ານ ດິສະທັດ ປັນຍາລະຊຸນ ໄດ້ໃຫ້ຄຳໂອວາດກັບພະນັກງານພີທີທີລາວ ແນວທາງການປະຕິບັດວຽກງານ ທັງນີ້ເພື່ອສ້າງຂວັນກຳລັງໃຈສ້າງຄວາມເຊື່ອຫມັ້ນໃຫ້ແກ່ພະນັກງານທີ່ປະຕິບັດຫນ້າທີ່ ເສີມຂະຫຍາຍວຽກງານການດຳເນີນທຸລະກິດໃຫ້ຜັນຂະຫຍາຍເຕີບໃຫຍ່ຂະຫຍາຍຕົວ ພ້ອມນີ້ ທາງຄະນະຍັງໄດ້ເຂົ້າຢ້ຽມຢາມສະຖານີບໍລິການນ້ຳມັນ ແລະທູລະກິດ Café Amazon ໂດຍສະເພາະຮ້ານ Café Amazon ສາຂາໂຮງກາຍະສິນ ທີ່ເປັນຮູບແບບ Café Amazon Concept Store ແຫ່ງທຳອິດຂອງ ໃນ ສປປ ລາວ ...
S__8323104_0

ທ່ານ ດິສະທັດ ປັນຍາລະຊຸນ, CEO ແລະຄະນະຜູ້ບໍລິຫານ PTTOR ຢ້ຽມຢາມ ບໍລິສັດ ພີທີທີ (ລາວ) ຈຳກັດ

26/03/2024
ໃນວັນທີ 01 ມີນາ 2024 ທ່ານ ດິສະທັດ ປັນຍາລະຊຸນ, CEO ແລະຄະນະຜູ້ບໍລິຫານ PTTOR ຢ້ຽມຢາມ ບໍລິສັດ ພີທີທີ (ລາວ) ຈຳກັດ ເນື່ອງໃນໂອກາດເຂົ້າປະຕິບັດຫນ້າທີ່ໃຫມ່ ຂອງຜູ້ອຳນວຍການແລະຮອງຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ຄະນະໃຫມ່ ພ້ອມທັງພົບປະກັບພະນັກງານວິຊາການຂອງພີທີທີລາວໃນໂອກາດນີ້ດ້ວຍ ທ່ານ ດິສະທັດ ປັນຍາລະຊຸນ ໄດ້ໃຫ້ຄຳໂອວາດກັບພະນັກງານພີທີທີລາວ ແນວທາງການປະຕິບັດວຽກງານ ທັງນີ້ເພື່ອສ້າງຂວັນກຳລັງໃຈສ້າງຄວາມເຊື່ອຫມັ້ນໃຫ້ແກ່ພະນັກງານທີ່ປະຕິບັດຫນ້າທີ່ ເສີມຂະຫຍາຍວຽກງານການດຳເນີນທຸລະກິດໃຫ້ຜັນຂະຫຍາຍເຕີບໃຫຍ່ຂະຫຍາຍຕົວ ...
Womens-day

ຊົມເຊີຍວັນທີ08/03/2024 ວັນແມ່ຍິງສາກົນຄົບຮອບ 114 ປີ

08/03/2024
#ວັນແມ່ຍິງສາກົນ #InternationalWomen’sDay ຊົມເຊີຍ ວັນແມ່ຍິງສາກົນ ວັນທີ 08 ເດືອນ ມີນາ ຄົບຮອບ 114 ປີ Happy International Women's Day ເນື່ອງໃນໂອກາດ ວັນແມ່ຍິງສາກົນ ທີ່ໝູນວຽນມາອີກວາລະໜຶ່ງ, ບໍລິສັດ ພີທີທີ(ລາວ)ຈຳກັດ ຂໍເປັນສ່ວນໜຶ່ງໃນການຍົກສູງບົດບາດແມ່ຍິງ ແລະ ຂໍອວຍພອນໄຊອັນປະເສີດແດ່ ແມ່ຍິງທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ ປະກອບສ່ວນຢ່າງສໍາຄັນ ເຂົ້າໃນການພັດທະນາອົງກອນ ກໍ່ຄືການສ້າງສາປະເທດຊາດ ໃຫ້ຈະເລີນກ້າວໜ້າຍິ່ງໆຂຶ້ນໄປ ...
430905712_926710109457584_6384158168333790633_n

Cafe Amazon ເປີດສາຂາໃຫມ່ ສາຂາ ວິທະຍາ

05/03/2024
ເປີດໃຫ້ບໍລິການແລ້ວ ສຳລັບຮ້ານ Cafe Amazon ສາຂາ ວິທະຍາ ທີ່ຢູ່ ບ້ານ ອະນຸສອນໄຊ ເມືອງ ປາກຊັນ, ແຂວ ບໍລິຄຳໄຊ ມາພ້ອມກັບໂປໂມຊັ່ນດີໆ ຢ່າລືມມາອຸດຫນູນພວກເຮົາ ເລີ່ມເປີດບໍລິການທ່ານຕັ້ງແຕ່ 01ມີນາ2024 ເປັນຕົ້ນໄປ ...
428704244_924141423047786_1761534826382210777_n

ການລົງກວດສອບປະລິມານ Calibration ຫົວຈ່າຍນ້ຳມັນປະຈຳປີ 2024 ພະແນກການຄ້າແຂວງເຊກອງ, ພະແນກການຄ້າແຂວງອັດຕະປື ແລະ ການຄ້າແຂວງຈຳປາສັກ

05/03/2024
ໃນວັນທີ 19-23/02/2024 ພະແນກການຄ້າແຂວງເຊກອງ, ພະແນກການຄ້າແຂວງອັດຕະປື ແລະ ການຄ້າແຂວງຈຳປາສັກ ໄດ້ລົງກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2024 ພ້ອມດ້ວຍໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຈຳກັດ 1. ສະຖານີບໍລິການນ້ຳມັນ ເຊກອງ 2. ສະຖານີບໍລິການນ້ຳມັນ ຄູນຄຳ4 3. ສະຖານີບໍລິການນ້ຳມັນ ປາກຊ່ອງ 4. ສະຖານີບໍລິການນ້ຳມັນ ບາຈຽງ 5. ສະຖານີບໍລິການນ້ຳມັນ ວິລະສັກ 6. ສະຖານີບໍລິການນ້ຳມັນ ດວງດີ 7. ສະຖານີບໍລິການນ້ຳມັນ ດົງກະໂລງ ເພື່ອສົ່ງມອບຜະລິດຕະພັນທີ່ໄດ້ຄຸນນະພາບໃຫ້ແດ່ລູກຄ້າທຸກທ່ານ ...
S__7643162_0

ບໍລິສັດ ພີທີທີ(ລາວ) ຈຳກັດ ໄດ້ຈັດງານລ້ຽງຂອບໃຈລູກຄ້າຕົວແທນຈຳຫນ່າຍຜະລິດຕະພັນນ້ຳມັນເຄື່ອງ

05/03/2024
ບໍລິສັດ ພີທີທີ(ລາວ) ຈຳກັດ ໄດ້ຈັດງານລ້ຽງຂອບໃຈລູກຄ້າຕົວແທນຈຳຫນ່າຍຜະລິດຕະພັນນ້ຳມັນເຄື່ອງ ທີ່ໂຮງແຮມອາມັນຕາ ໃນເວລາ 18 ໂມງ ຂອງວັນທີ 17 ກຸມພາ 2024 ໂດຍການເປັນປະທານຂອງທ່ານ ທີຣະ ວີລະວົງ ຜູ້ອຳນວຍການບໍລິສັດ ພ້ອມດ້ວຍຄະນະຜູ້ບໍລິຫານງານ, ພະນັກງານວິຊາການ ແລະ ແຂກທີ່ມາຮ່ວມພາຍໃນງານ ທ່ານ ທີຣະ ວີລະວົງ ໄດ້ກ່າວວ່າ ເປັນເວລາກວ່າ 30 ປີ ທີ່ບໍລິສັດ ປຕທ.ຈຳກັດ ມະຫາຊົນ ດຳເນີນການຜະລິດແລະຈຳຫນ່າຍ ຜະລິດຕະພັນຫລໍ່ລື້ນພາຍໃຕ້ຊື່ PTT LUBRICANTS ໃນນາມຜູ້ປະກອບການປະເທດໄທ ແລະ ຕັ້ງແຕ່ປີ 2018 ເປັນຕົ້ນມາ PTT LUBRICANTS ໄດ້ຖືກຍ້າຍມາຢູ່ພາຍໃຕ້ບໍລິສັດ ປຕທ.ນ້ຳມັນແລະຄ້າປີກ ຈຳກັດ (ມະຫາຊົນ) ຫລື OR ໃນຖານະບໍລິສັດແກນ (Flagship Company)...