ໃນວັນທີ 22 ມີນາ 2024 ກຳມະການ ແລະ CEO ພ້ອມດ້ວຍຄະນະຜູ້ບໍລິຫານ PTTOR ໄດ້ເດີນທາງໄປຢ້ຽມຢາມສາງນ້ຳມັນນະຄອນຫລວງວຽງຈັນ ຂອງ PTTLAO ເພື່ອກວດກາວຽກງານຄວາມປອດໄພ ຄວາມພ້ອມໃນການຮອງຮັບການຂະຫຍາຍທຸລະກິດຂອງບໍລິສັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວໃນອານາຄົດ

ທ່ານ ດິສະທັດ ປັນຍາລະຊຸນ ໄດ້ໃຫ້ຄຳໂອວາດກັບພະນັກງານພີທີທີລາວ ແນວທາງການປະຕິບັດວຽກງານ ທັງນີ້ເພື່ອສ້າງຂວັນກຳລັງໃຈສ້າງຄວາມເຊື່ອຫມັ້ນໃຫ້ແກ່ພະນັກງານທີ່ປະຕິບັດຫນ້າທີ່ ເສີມຂະຫຍາຍວຽກງານການດຳເນີນທຸລະກິດໃຫ້ຜັນຂະຫຍາຍເຕີບໃຫຍ່ຂະຫຍາຍຕົວ

ພ້ອມນີ້ ທາງຄະນະຍັງໄດ້ເຂົ້າຢ້ຽມຢາມສະຖານີບໍລິການນ້ຳມັນ ແລະທູລະກິດ Café Amazon ໂດຍສະເພາະຮ້ານ Café Amazon ສາຂາໂຮງກາຍະສິນ ທີ່ເປັນຮູບແບບ Café Amazon Concept Store ແຫ່ງທຳອິດຂອງ ໃນ ສປປ ລາວ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.