ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຈັດງານແຂ່ງຂັນກ໊ອຟ PTT(Lao) Golf Invitational ທີ່ສະຫນາມກ໊ອຟ Long Vien Golf Club Vientiane ໂດຍການເຂົ້າຮ່ວມຈາກຫລາຍພາກສ່ວນມີຫນ່ວຍງານພາກລັດ, ບັນດາລູກຄ້າທີ່ເປັນຄູ່ຄ້າຂອງບໍລິສັດ, ແຂກກິຕິມະສັກທີ່ຖືກເຊີນເຂົ້າຮ່ວມ ໂດຍການເປັນປະທານ ຂອງ ທ່ານ ປີກທອງ ທອງໃຫຍ່ ປະທານເຈົ້າຫນ້າທີ່ບໍລິຫານ ບໍລິສັດ ປຕທ.ນ້ຳມັນແລະການຄ້າປີກ ຈຳກັດ(ມະຫາຊົນ)ພ້ອມຄະນະຜູ້ບໍລິຫານງານ ແລະ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດພີທີທີ(ລາວ)ຈຳກັດ ພ້ອມດ້ວຍ ຄະນະຜູ້ບໍລິຫານງານ ພະນັກງານວິຊາການຂອງ ບໍລິສັດພີທີທີ(ລາວ) ຈຳກັດ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ເພື່ອເປັນການພົບປະສ້າງກິດຈະກຳຮ່ວມກັບບັນດາຫນ່ວຍງານທີ່ໄດ້ມີການປະສານສົບທົບຮ່ວມງານກັບບໍລິສັດ ສ້າງສາຍສຳພັນທີ່ດີລະຫວ່າງກັນ ທັງເປັນການຫລິ້ນກິລາ ອອກກຳລັງກາຍ ສ້າງຄວາມສາມະຄີຮ່ວມກັນ

ແລະໃນຕອນຄ່ຳ ພີທີທີ(ລາວ) ໄດ້ຈັດງານລ້ຽງເຊີນບັນດາແຂກທີ່ເຂົ້າຮ່ວມຮັບປະທານອາຫານຄ່ຳ, ມີການປະກາດຜົນການແຂ່ງຂັນມອບລາງວັນແກ່ຜູ້ຊະນະພ້ອມທັງຈັດກິດຈະກຳແຈກລາງວັນໃຫ້ກັບແຂກພາຍໃນງານ ເພື່ອສ້າງຄວາມມ່ວນຊື່ນເພີດເພີນສ້າງບັນຍາການຟົດຟື້ນຮ່ວມກັນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.