ພິທີເປີດສະຖານີບໍລິການນ້ຳມັນພີທີທີສາຂາເພັດສະໄຫມ ແລະ ຮ້ານຄາເຟ່ອາເມຊອນ ສີສົມບັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ ທີ່ບ້ານຫ້ວຍນ້ຳຫວ້າ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນກຽດ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ ອາດີມຮອງນາຍົກລັດຖະມົນຕີ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງແຂວງອຸດົມໄຊ, ທ່ານ ພີຣະເວດ ນະຣະນອງ ຜູ້ອຳນວຍການໃຫຍ່ ບໍລິສັດ ພີທີທີ(ລາວ)ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານພີທີທີ(ລາວ) ບັນດາພະແນກການ ຂະແຫນງການທີ່ກ່ຽວຂ້ອງຂອງອ້ອມຂ້າງແຂວງ ແລະເມືອງໄຊ


ທ່ານ ສີສົມບັດ ດວງວິໄລແກ້ວ ປະທານສະພາບໍລິຫານກຸ່ມບໍລິສັດເທຣເຊີ້ລາວຈຳກັດ ເຈົ້າຂອງປ້ຳນ້ຳມັນ ແລະ ຮ້ານຄາເຟ່ອາເມຊອນ ກ່າວຕໍ່ພິທີວ່າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນຄອບຄົວຂອງບໍລິສັດ ພີທີທີ(ລາວ)ຈຳກັດ ເຊິ່ງເປັນແບຣນທີ່ຮູ້ຈັກກັນດີ ມີຜູ້ບໍລິໂພກໃຫ້ການຕອບຮັບທີ່ດີສະເຫມີມາ ທຸລະກິດຂອງພວກເຮົາດຳເນີນພາຍໃຕ້ ນະໂຍບາຍແລະຫລັກການທີ່ມີຄຸນນະພາບ ດ້ວຍປະສົບການທີ່ຍາວນານ ພວກເຮົາໄດ້ພັດທະນາສິນຄ້າ ແລະ ການບໍລິການ ທີ່ມີຄຸນະພາບລະດັບສາກົນ

