ພິທີເປີດງານຜະລິດຕະພັນລາວ Made in Laos 2024 ໃນວັນທີ 01/10/2024 ເປັນປະທານເປີດງານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ) ເຊິ່ງພາຍໃນງານບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ເຂົ້າຮ່ວມຕັ້ງ Booth ສິນຄ້າ Cafe Amazon ພ້ອມເປີດໂຕຜະລິດຕະພັນໃຫມ່ Drip Coffee Bolaven ພວກເຮົາຮູ້ສຶກຂອບໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕ້ອນຮັບ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຢາມທີ່ Booth Cafe Amazon ພ້ອມນີ້ ພີທີທີ(ລາວ)ມີຄວາມພູມໃຈທີ່ໄດ້ເປັນສ່ວນຫນຶ່ງໃນການສົ່ງເສີມຜະລິດຕະພັນທີ່ຜະລິດໃນລາວ ຫລຸດຜ່ອນການນຳເຂົ້າສິນຄ້າສິນຄ້າຈາກຕ່າງປະເທດ ພາຍໃຕ້ຫົວຂໍ້ທີ່ວ່າ “ຊຸກຍູ້ຜັກດັນເສດຖະກິດ ຜະລິດຕະພັນລາວ ກ້າວສູ່ສາກົນ”

ຂໍເຊີນຊວນທຸກທ່ານທີ່ເຂົ້າມາທ່ຽວຊົມໃນງານແວ່ອຸດຫນູນພວກເຮົາດ້ວຍຕັ້ງແຕ່ມື້ນີ້ຈົນເຖິງ 07ຕຸລາ 2024

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.