
ເປັນເວລາ 31 ປີ ທີ່ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ກໍ່ຕັ້ງແລະເຕີບໂຕ ຄຽງຄູ່ກັບການຮັບໃຊ້ສັງຄົມລາວຈົນເຖິງປະຈຸບັນໄດ້ຜັນຂະຫຍາຍການບໍລິການມີຫລາກຫລາຍຜະລິດຕະພັນບໍ່ວ່າຈະເປັນ ສະຖານີບໍລິການນ້ຳມັນ, ຮ້ານຄາເຟ່ອາເມຊອນ, ສູນບໍລິການ FIT Auto LAO, ຮ້ານເຂົ້າປຽກປູປາກເຊ, ຮ້ານຊານົມໄຂ່ມຸກ Pearly Tea Lao. ບໍລິສັດ ພີທີທີ(ລາວ) ຈຳກັດ ຂໍເປັນສ່ວນຫນຶ່ງໃນການເຕີບໃຫຍ່ຂະຫຍາຍໂຕ ຮ່ວມກັບ ສປປ.ລາວຢ່າງຫມັ້ນຄົງຍາວນານຕໍ່ໄປ



ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງ ບໍລິສັດ ພີທີທີ(ລາວ)ຈຳກັດ ຄົບຮອບ 31 ປີ, ທີ່ສຳນັກງານໃຫຍ່ໄດ້ຈັດພິທີໃສ່ບາດ ຖວາຍສັງຄະທານແດ່ພຣະສົງ ພ້ອມທັງເຮັດພິທີບາສີສູ່ຂວັນ ແລະ ກິດຈະກຳ ແຈກລາງວັນໃຫ້ແກ່ພະນັກງານເຂົ້າຮ່ວມໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອໍານວຍການໃຫຍ່ ພ້ອມຄະນະຜູ້ບໍລິຫານ ແລະ ບັນດາພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງກັນ.
