ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຮັບອະນຸຍາດໃຫ້ເຂົ້າພົບ ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ, ລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ສະຖານທີ່ແມ່ນກະຊວງຯ ນຳໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ພ້ອມດ້ວຍຄະນະບໍລິຫານງານ ໄດ້ເຂົ້າຢ້ຽມຂຳນັບ ເພື່ອຂໍທິດຊີ້ນຳແນວທາງຄວາມຮ່ວມມືໃນການສົ່ງເສີມ ແລະ ຍົກລະດັບຄຸນນະພາບສິນຄ້າກະສິກຳລາວ

ປະຈຸບັນ ບໍລິສັດ ພີທີທີ (ລາວ) ຈຳກັດ ມີສະຖານີບໍລິການນ້ຳມັນລວມທັງຫມົດ 59 ແຫ່ງທົ່ວປະເທດ ແລະ ມີຮ້ານ ຄາເຟ່ ອາເມຊອນ ຫລາຍເຖິງ 108 ສາຂາ ພວກເຮົາມີຄວາມຕ້ອງການນຳໃຊ້ຜົນຜະລິດທາງກະສິກຳເພື່ອຜະລິດເປັນຜະລິດຕະພັນ ເຊັ່ນ: ເມັດກາເຟນຳໃຊ້ໃນ ຮ້ານຄາເຟ ອາເມຊອນ, ຜະລິດຕະພັນ Bolaven Drip Coffee ແລະ ອື່ນໆ ເພື່ອສົ່ງອອກ ແລະ ຈຳຫນ່າຍພາຍໃນ ເຊິ່ງເປັນການສະຫນັບສະຫນູນຊາວກະສິກຳຜູ້ປູກກາເຟໃນທ້ອງຖິ່ນຂອງ ສປປ.ລາວ ແລະ ຍັງເປັນຊ່ອງທາງຊ່ວຍເພີ່ມລາຍຮັບແລະສະຫນູນຄວາມຫມັ້ນຄົງໃຫ້ແກ່ຊຸມຊົນໃນທ້ອງຖິ່ນອີກດ້ວຍ.




