ໃນຕອນບ່າຍຂອງວັນທີ 30 ກໍລະກົດ 2021, ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະໃນຕອນບ່າຍຂອງວັນທີ 30 ກໍລະກົດ 2021, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍ ບັນດາຄະນະກົມ ແລະ ຄະນະຫ້ອງການກະຊວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ພີທີທີ (ລາວ) ຈໍາກັດ.

ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຄຸນນະພາບ ແລະ ມາດຕະຖານ, ລາຄາ, ການບໍລິການ, ການປົກປ້ອງຜູ້ຊົມໃຊ້, ການຈັດສັນຄວາມສະອາດ ແລະ ການປະຕິບັດນະໂຍບາຍການປ້ອງກັນຄວາມປອດໄພໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ພາຍໃນສະຖານີບໍລິການນໍ້າມັນ ແລະ ບັນດາຮ້ານຄ້າໃນສະຖານີບໍລິການນໍ້າມັນຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ.



ທ່ານ ວັນສະຫວ່າງ ສ່ອງແສງ ຮັກສາການຜູ້ອໍານວຍການ ພ້ອມດ້ວຍພະນັກງານຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ເຂົ້າຮ່ວມຕ້ອນຮັບ, ເຊິ່ງ ທ່ານ ວັນສະຫວ່າງ ສ່ອງແສງ ຮັກສາການຜູ້ອໍານວຍການ ກໍໄດ້ມີການລາຍງານສະພາບການຈັດຕັ້ງປະຕິບັດ ແລະ ການດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ. ບໍລິສັດ ພີທີທີ (ລາວ) ຈຳກັດ ເປັນບໍລິສັດໃນເຄືອຂອງ ບໍລິສັດ ພີທີທີໂອອາ ນ້ຳມັນ ແລະ ການຄ້າປີກ ຈຳກັດ ມະຫາຊົນ. ໄດ້ດໍາເນີນທຸລະກິດພາຍໃຕ້ໂລໂກ້ຂອງກຸ່ມ ບໍລິສັດ ພີທີທີໂອອາ ນ້ຳມັນ ແລະ ການຄ້າປີກ ຈຳກັດ ມະຫາຊົນ. ເຊິ່ງເປັນເລີດທາງທຸລະກິດ ແລະ ຍັງຄົງຍຶດໝັ້ນພັນທະສັນຍາຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ໃນຕໍ່ໜ້າສະພາບແວດລ້ອມທາງການຕະຫຼາດຈະມຸ່ງໝັ້ນທີ່ຈະດຳເນີນທຸລະກິດຢ່າງມີປະສິດທິພາບດ້ວຍການເບິ່ງແຍງດູແລກິດຈະການທີ່ດີ.
ຫຼັງຈາກນັ້ນ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍການຄະນະ ກໍໄດ້ລົງໄປຢ້ຽມຢາມ ສາງນໍ້າມັນ ບໍລິສັດ ພີທີທີ (ລາວ) ຈໍາກັດ ທີ່ຕັ້ງຢູ່ຫຼັກ 28 ຖະໜົນເລກທີ 13 ໃຕ້, ນະຄອນຫຼວງວຽງຈັນ. ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຍັງໄດ້ຍ້ອງຍໍຊົມເຊີຍບໍລິສັດ ແລະ ກໍໄດ້ໃຫ້ທິດຊີ້ນໍາເນັ້ນໜັກໃຫ້ບໍລິສັດເອົາໃຈໃສ່ສືບຕໍ່ປະຕິບັດມາດຕະຖານທີ່ດີຂອງບໍລິສັດທີ່ມີມາແລ້ວນັ້ນເພື່ອຮັບໃຊ້ສັງຄົມໃຫ້ດີຍິ່ງຂຶ້ນ.





