ໃນວັນທີ17/09/2024 ບໍລິສັດ ພີທີທີ (ລາວ) ຈຳກັດ

ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພິທີທີ(ລາວ) ຈຳກັດ ຫຼື PTT (LAO) CO., LTD. ພ້ອມດ້ວຍຄະນະ ໄດ້ນໍາເອົາຖົງຢັງຊີບ ມອບໃຫ້ຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າ 50.000.000 ກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ ໃນທົ່ວປະເທດ ໂດຍຜ່ານກະຊວງແຮງງານ ແລະ ສະວັດດີການສັ່ງຄົມໃນວັນທີ 25 ກັນຍາ 2024 ນີ້, ຢູ່ທີ່ ກະຊວງແຮງງານ ແລະ ສະວັດດີການສັງຄົມ ຕາງໜ້າຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ພິທີທີ (ລາວ) ຈຳກັດ ທີ່ໄດ້ນໍາເອົາຖົງຢັງຊີບມາມອບໃຫ້ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ໃນການບັນເທົາທຸກ ພ້ອມທັງໄດ້ເຊີນຊວນທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ຮ່ວມແຮງ, ຮ່ວມໃຈກັນ ໃຫ້ການອຸປະຖໍາຊ່ວຍເຫຼືອຜູ້ປະສົບໄພຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບສູ່ສະພາບປົກກະຕິ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.