ຂ່າວສານ ແລະ ກິດຈະກຳ

ບໍລິສັດ ພີທີທີ (ລາວ) ຈໍາກັດ ມອບຖົງຢັງຊີບ ໃຫ້ຜູ້ປະສົບໄພນໍ້າຖ້ວມໂດຍຜ່ານກະຊວງແຮງງານ ແລະ ສະວັດດີການສັງຄົມ
27/09/2024ໃນວັນທີ17/09/2024 ບໍລິສັດ ພີທີທີ (ລາວ) ຈຳກັດ ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພິທີທີ(ລາວ) ຈຳກັດ ຫຼື PTT (LAO) CO., LTD. ພ້ອມດ້ວຍຄະນະ ໄດ້ນໍາເອົາຖົງຢັງຊີບ ມອບໃຫ້ຜູ້ປະສົບໄພນໍ້າຖ້ວມ ລວມມູນຄ່າ 50.000.000 ກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ ໃນທົ່ວປະເທດ ໂດຍຜ່ານກະຊວງແຮງງານ ແລະ ສະວັດດີການສັ່ງຄົມໃນວັນທີ 25 ກັນຍາ 2024 ນີ້, ຢູ່ທີ່ ກະຊວງແຮງງານ ແລະ ສະວັດດີການສັງຄົມ ຕາງໜ້າຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ. ໃນໂອກາດດັ່ງກ່າວນີ້, ທ່ານ ນາງ...

ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດເຝິກອົບຮົມແລະຊ້ອມດັບເພີງປະຈຳປີ2024 ທີ່ສາງນ້ຳມັນແຂວງສະຫວັນນະເຂດ
20/09/2024ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດເຝິກອົບຮົມແລະຊ້ອມດັບເພີງປະຈຳປີ2024 ໃຫ້ແກ່ພະນັກງານ ໂດຍການເຂົ້າຮ່ວມບັນຍາຍອົບຮົມຈາກຄະນະກົມໃຫຍ່ຕຳຫລວດແຂວງສະຫວັນນະເຂດ ໃນວັນທີ19/09/2024 ທີ່ສາງນ້ຳມັນ ແຂວງສະຫວັນນະເຂດ ...

ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດເຝິກອົບຮົມແລະຊ້ອມດັບເພີງປະຈຳປີ2024 ທີ່ສາງນ້ຳມັນນະຄອນປາເຊ ແຂວງຈຳປາສັກ
20/09/2024ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດເຝິກອົບຮົມແລະຊ້ອມດັບເພີງປະຈຳປີ2024 ໃຫ້ແກ່ພະນັກງານ ໂດຍການເຂົ້າຮ່ວມບັນຍາຍອົບຮົມຈາກຄະນະກົມໃຫຍ່ຕຳຫລວດນະຄອນປາກເຊ ໃນວັນທີ19/09/2024 ທີ່ສາງນ້ຳມັນ ນະຄອນປາກເຊ ແຂວງຈຳປາສັກ ...

ບໍລິສັດ ພີທີທີ (ລາວ) ຈໍາກັດ ມອບຖົງຢັງຊີບ 600 ຖົງ ມູນຄ່າ 20,000,000 ກີບ ໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ນະຄອນຫລວງວຽງຈັນ
20/09/2024ໃນວັນທີ17/09/2024 ບໍລິສັດ ພີທີທີ (ລາວ) ຈຳກັດ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ພ້ອມດ້ວຍຄະນະ ໄດ້ນໍາເອົາຖົງຢັງຊີບ ມອບເບື້ອງຕົ້ນໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງຫາດຊາຍຟອງຈຳນວນ 300 ຖົງ ມູນຄ່າ 10.000.000 ກີບ ຕາງໜ້າຮັບໂດຍ ທ່ານ ບຸນເພັງ ສີນະວົງພອນ ກຳມະການພັກ ນະຄອນຫລວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ. ໃນມື້ດຽວກັນ ໄດ້ມອບຖົງຢັງຊີບ ຈຳນວນ 300 ຖົງ ມູນຄ່າ 10.000.000 ກີບ ໃຫ້ກັບຫ້ອງວ່າການປົກຄອງນະຄອນຫລວງ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພຢູ່ຕາມຈຸດຕ່າງໆ ...

ບໍລິສັດ ພີທີທີ (ລາວ) ຈໍາກັດ ມອບນໍ້າດື່ມ ມູນຄ່າ 10,000,000 ກີບ ໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ
13/09/2024ໃນວັນທີ11/09/2024 ບໍລິສັດ ພີທີທີ (ລາວ) ຈຳກັດ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ພ້ອມດ້ວຍຄະນະ ໄດ້ນໍາເອົານໍ້າດື່ມກາພິທີທີ(ລາວ) ມອບເບື້ອງຕົ້ນໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ລວມມູນຄ່າ 10.000.000 ກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ ຂອງແຂວງຫຼວງນໍ້າທາ ໂດຍຜ່ານກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ຕາງໜ້າຮັບໂດຍ ທ່ານ ນາງ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ ພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ. ...

ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 138 ປີ
01/05/2024ຊົມເຊີຍວັນກໍາມະກອນສາກົນ 1 ພຶດສະພາ ຄົບຮອບ 138 ປີ ພາຍໃຕ້ຄຳຂວັນ: “ຄວາມຍຸຕິທຳໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ” ----------------------------------------------- #PTTLAO ...