ຂ່າວສານ ແລະ ກິດຈະກຳ

1-1

ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ໄດ້ເປີດໃຫ້ບໍລິການແລ້ວ.

20/01/2022
ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ຕັ້ງຢູ່ ບ້ານວຽງຈະເລີນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນວັນທີ 12 ມັງກອນ 2022 ທີ່ຜ່ານມາ. ໃຫ້ກຽດເຂົ້າຮ່ວມສະແດງຄວາມຍິນດີໂດຍ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ແລະ ທ່ານ ນາງ ສິລິໂສພາ ບຸດດາຄຳ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ. ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ເປັນສະຖານີໃນຮູບແບບ Standard ມີຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ. ພາຍໃນສະຖານີປະກອບດ້ວຍທຸລະກິດ ຮ້ານ ຄາເຟ່ ອາເມຊອນ, ຮ້ານອາຫານ ແລະ ຮ້ານສະດວກຊື້ ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ. ...
1

ພີທີທີ (ລາວ) ເຂົ້າອວຍພອນປີໃໝ່ ທະນາຄານ ຮ່ວມພັດທະນາລາວ.

20/01/2022
ໃນວັນທີ 11ມັງກອນ 2022 ທ່ານ ທີຮະ ວິຮະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມຄະນະຜູ້ບໍລິຫານ ໄດ້ເຂົ້າອວຍພອນ ທ່ານ ເອກະພັນ ພະພິທັກ ປະທານສະພາຜູ້ບໍລິຫານ ທະນາຄານ ຮ່ວມພັດທະນາລາວ. ເປັນການພົບປະຢ້ຽມຢາມ ປືກສາຫາລືແລກປ່ຽນບົດຮຽນ ແນວທາງການດຳເນີນທຸລະກິດຄ້ຽງຄູ່ກັບຍຸກສະໄຫມໃຫມ່ ພ້ອມປັບແຜນການດຳເນີນທຸລະກິດແບບໃຫມ່ໃນຍຸກ ໂຄວິດ 19. ...
269265753_1517033195337518_4372652491342542115_n

ໂຄງການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນປະຈຳປີ 2021 ຮອບທີ 2 ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ.

18/01/2022
ໂຄງການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນ ຮອບທີ 2 ມີ ສະຖານີບໍລິການນໍ້າມັນເຂົ້າຮ່ວມປະກວດ 17 ສະຖານີ, ຜົນການຕັດສິນໃນຮອບນີ້ ເນື່ອງຈາກມີ 3 ສະຖານີທີ່ມີຜົນຄະແນນເທົ່າທຽມກັນຈຶ່ງໄດ້ຕັດສິນໃຫ້ 3 ສະຖານີໄດ້ຮັບລາງວັນທີ 1 ເຊິ່ງໄດ້ແກ່: ສະຖານີບໍລິການນໍ້າມັນ ພີທີທີ ຫຼວງພະບາງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ. ສະຖານີບໍລິການນໍ້າມັນ ພີທີທີ ໄຊທານີ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ແລະ ສະຖານີບໍລິການນໍ້າມັນ ພີທີທີ ດົງກະໂລງ, ເມືອງປາກເຊ, ແຂວງຈຳປາສັກ.   ເປັນໂຄງການທີ່ຈັດຂຶ້ນເພື່ອຍົກລະດັບມາດຕະຖານຂອງສະຖານີບໍລິການນໍ້າມັນໃຫ້ດີຂຶ້ນ, ສ້າງແຮງຈູງໃຈໃນການເຮັດວຽກໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ໃນສະຖານີບໍລິການນໍ້າມັນ COCO ຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ທົ່ວປະເທດ ແລະ ພັດທະນາການບໍລິການເພື່ອຮັບໃຊ້ສັງຄົມໃຫ້ດີຂຶ້ນເລື້ອຍໆ. ...
S__24166578

ພີທີທີ (ລາວ) ຂໍປະກອບສ່ວນຊ່ວຍເຫຼືອ ແລະ ເປັນກຳລັງໃຈໃຫ້ແກ່ແພດໝໍ.

14/11/2021
ໃນຕອນເຊົ້າວັນທີ 18 ຕຸລາ 2021 ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍພະນັກງານ ໄດ້ມອບເຄື່ອງດື່ມ ຊານົມໄຂ່ມຸກ ເພີລີ້ທີ ໃຫ້ແກ່ຄະນະແພດໝໍ 3 ໂຮງໝໍ ໂດຍມີ ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍເສດຖາທິລາດ ຈຳນວນ 600 ຈອກ ລວມມູນຄ່າ 9,990,000 ກີບ.   ພີທີທີ (ລາວ) ຂໍເປັນກຳລັງໃຈໃຫ້ແກ່ແພດໝໍທຸກໆທ່ານ ໃນການປະຕິບັດໜ້າທີ່ຕໍ່ສູ້ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ 19 ແລະ ຂໍໃຫ້ຜ່ານພົ້ນວິກິດການໃນໄວໆນີ້. ...
1

ພີທີທີ (ລາວ) ມອບເງິນສະຫໜັບສະໜູນ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V.

13/09/2021
ວັນທີ 07 ກັນຍາ 2021 ບໍລິສັດ ພີທີທີ (ລາວ) ຈໍາກັດ ໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮັກສາການຜູ້ອຳນວຍການບໍລິສັດ ພ້ອມດ້ວຍຄະນະ ເຂົ້າມອບເງິນສິໜັບສະໜູນ ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ກະຊວງ ອຸດສາຫະກຳ ແລະ ການຄ້າ ສະໄໝທີ V ມູນຄ່າ 50,000,000 ກີບ ໂດຍໄດ້ຮັບກຽດຈາກ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ  ກະຊວງ ອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມໃນພິທີມອບ ເພື່ອເປັນການສະໜັບສະໜູນກອງປະຊຸມສຳຄັນຂອງກະຊວງ ເຊິ່ງຈັດຂຶ້ນໃນທຸກໆ 5 ປີ ແລະ ເປັນການສ້າງສຳພັນອັນດີງາມກັບພາກລັດຂອງລາວອີກດ້ວຍ. ...
1

ໂຄງການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນປະຈຳປີ 2021 ຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ.

03/08/2021
ໂຄງການປະກວດສະຖານີບໍລິການນໍ້າມັນ COCO ເປັນໂຄງການທີ່ຈັດຂຶ້ນທຸກໆປີ ເພື່ອຍົກລະດັບມາດຕະຖານຂອງສະຖານີບໍລິການໃຫ້ດີຂຶ້ນ ແລະ ສ້າງແຮງຈູງໃຈໃນການເຮັດວຽກໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ໃນສະຖານີບໍລິການນໍ້າມັນ COCO ຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ ທົ່ວປະເທດ, ອີກຍັງເປັນການສົ່ງເສີມໃຫ້ຄວາມມຸ່ງໝັ້ນທີ່ຈະປັບປຸງ ແລະ ພັດທະນາການບໍລິການເພື່ອຮັບໃຊ້ສັງຄົມໃຫ້ດີຂຶ້ນເລື້ອຍໆ. ການປະກວດສະຖານີບໍລິການນໍ້າມັນ COCO ດີເດັ່ນປະຈຳປີ 2021 ນີ້ມີ ສະຖານີບໍລິການນໍ້າມັນເຂົ້າຮ່ວມປະກວດ ທັງໝົດ 17 ສະຖານີ ເຊິ່ງການປະກວດຈະໄດ້ແບ່ງອອກເປັນ 3 ຮອບ. ເຊິ່ງຜົນການຕັດສິນໃນຮອບທີ 1 ນີ້, ລາງວັນທີ 1 ໄດ້ແກ່ ສະຖານີບໍລິການນໍ້າມັນ ພີທີທີ ດົງກະໂລງ ບ້ານດົງກະໂລງ, ເມືອງປາກເຊ, ແຂວງຈຳປາສັກ ແລະ ລາງວັນທີ 2 ໄດ້ແກ່ 3 ສະຖານີ: ສະຖານີບໍລິການນໍ້າມັນ ພີທີທີ ບາຈຽງ ບ້ານໝື່ນຫຼວງ,...
7

ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ພີທີທີ (ລາວ) ຈຳກັດ.

31/07/2021
ໃນ​ຕອນ​ບ່າຍ​ຂອງວັນ​ທີ 30 ກໍລະກົດ 2021, ທ່ານ ປອ. ຄຳ​ແພງ ໄຊ​ສົມ​ແພງ ລັດ​ຖະ​ໃນ​ຕອນ​ບ່າຍ​ຂອງວັນ​ທີ 30 ກໍລະກົດ 2021, ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ພ້ອມ​ດ້ວຍ​ ບັນ​ດາ​ຄະນະກົມ ແລະ ຄະນະຫ້ອງການກະຊວງ ໄດ້​ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ພີທີທີ (ລາວ) ຈໍາກັດ. ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຄຸນນະພາບ ແລະ ມາດຕະຖານ, ລາຄາ, ການບໍລິການ, ການປົກປ້ອງຜູ້ຊົມໃຊ້, ການຈັດສັນຄວາມສະອາດ ແລະ ການປະຕິບັດນະໂຍບາຍການປ້ອງກັນຄວາມປອດໄພໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ພາຍໃນສະຖານີບໍລິການນໍ້າມັນ ແລະ ບັນດາຮ້ານຄ້າໃນສະຖານີບໍລິການນໍ້າມັນຂອງ ບໍລິສັດ ພີທີທີ (ລາວ) ຈຳກັດ. ທ່ານ ວັນສະຫວ່າງ ສ່ອງແສງ ຮັກສາການຜູ້ອໍານວຍການ ພ້ອມດ້ວຍພະນັກງານຂອງ ບໍລິສັດ...