ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ຕັ້ງຢູ່ ບ້ານວຽງຈະເລີນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ໃນວັນທີ 12 ມັງກອນ 2022 ທີ່ຜ່ານມາ. ໃຫ້ກຽດເຂົ້າຮ່ວມສະແດງຄວາມຍິນດີໂດຍ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ພີທີທີ (ລາວ) ແລະ ທ່ານ ນາງ ສິລິໂສພາ ບຸດດາຄຳ ເຈົ້າຂອງສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ.

ສະຖານີບໍລິການນໍ້າມັນ ພີທີທີ ວຽງຈະເລີນ ເປັນສະຖານີໃນຮູບແບບ Standard ມີຫ້ອງນໍ້າທີ່ສະອາດໄວ້ໃຫ້ບໍລິການ. ພາຍໃນສະຖານີປະກອບດ້ວຍທຸລະກິດ ຮ້ານ ຄາເຟ່ ອາເມຊອນ, ຮ້ານອາຫານ ແລະ ຮ້ານສະດວກຊື້ ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.