ໃນວັນທີ 5/1/2024 ທີ່ PTT Oil and Retail Business Public Co., Ltd. ປະເທດໄທ ໄດ້ຈັດພິທີລົງນາມບົດບັນທຶກຂໍ້ຕົກລົງຄວາມເຂົ້າໃຈ (MOU) ໃນໂຄງການ Agroforestry Coffee Plantation ໂດຍເປັນການຮ່ວມມືກັນທັງຫມົດ 4 ຝ່າຍ ລະຫວ່າງ: PTT (Lao) Co., Ltd. (PTT Lao), PTT Oil and Retail Business Public Co., Ltd. (OR), PTT Public Co., Ltd. (PTT) ແລະ Asia Investment, Development & Construction Sole Co., Ltd. (AIDC)

ເປັນປະທານພິທີໂດຍ ທ່ານ ດິສະທັດ ປັນຍາລະຊຸນ (Mr. Disathat Panyarachun) CEO, OR ພ້ອມດ້ວຍຜູ້ຕ່າງຫນ້າແຕ່ລະຝ່າຍ ທ່ານ ທີຣະ ວີຣະວົງ (Mr. Theera Weerawong) (MD, PTT Lao), ທ່ານ ຣະຊາ ອຸໄທຈັນ (Mr. Racha U-Thaichan) (SEVP of Global Business, OR), ທ່ານ ໄກຣພິດ ເປຣມມະນີ (Mr. Kraipit Premmmani) (SEVP of Overseas Optimization and Business Development, PTT) ແລະ ທ່ານ ພຶດສະພາ ພູມມະສັກ (Mr. Pheutsapha Phoummasack) (Chairman, AIDC)

ຄວາມຮ່ວມມືຄັ້ງນີ້ມີຈຸດປະສົງເພື່ອຮ່ວມສຶກສາ ແລະ ພັດທະນາໂຄງການ ການສ້າງຄວາມຍືນຍົງໃຫ້ກັບການປູກກາເຟໃນໂຄງການຕົ້ນແບບໃນ ສ.ປ.ປ. ລາວ ເຊິ່ງເປັນການໃຊ້ຂະບວນການກະເສດ (Agroforestry)  ໂດຍເພີ່ມການກ້າເບ້ຍຕົ້ນໄມ້ໃຫ້ຮົ່ມເງົາ (Shade Trees) ໃນເນື້ອທີ່ສວນກາເຟຂອງ AIDC ເພື່ອເຮັດໃຫ້ໄດ້ຜົນຜະລິດເມັດກາເຟທີ່ມີຄຸນນະພາບ ແລະສາມາດນຳໂຄງການດັ່ງກ່າວໄປຂຶ້ນທະບຽນ Carbon Credits ກັບອົງກອນທີ່ຮັບຮອງມາດຕະຖານ Carbon ໃນລະດັບສາກົນໄດ້ (ໂດຍຄວາມຮ່ວມມືຈາກ PTT Trading ທ່ີ່ມີຄວາມຮູ້ Trade Carbon Credit ໃຫ້ມີ Value ສູງສຸດ) ນອກຈາກນີ້ ຍັງເປັນການສ້າງສວນກາເຟຕົ້ນແບບໃຫ້ກັບຊາວສວນໃນ ສ.ປ.ປ. ລາວ ແລະເພີ່ມມູນຄ່າໃຫ້ກັບສວນກາເຟ ເຊິ່ງເປັນໄປຕາມແນວທາງການດຳເນີນທຸລະກິດພາຍໃຕ້ OR SDG

ໃນໂອກາດນີ້ ທ່ານ ດິສະທັດ ປັນຍາລະຊຸນ ໄດ້ເນັ້ນຫນັກເຖິງເປົ້າຫມາຍການດຳເນີນທຸລະກິດຂອງ OR ໃນ ສ.ປ.ປ. ລາວ ວ່າໃຫ້ຄວາມສຳຄັນກັບການສ້າງຄວາມເປັນຢູ່ທີ່ດີ ການສ້າງຄວາມຈະເລີນເຕີບໃຫຍ່ຢ່າງຍືນຍົງ ແລະສົ່ງເສີມຄວາມເທົ່າທຽມໃຫ້ກັບປະຊາຊົນໃນ ສ.ປ.ປ. ລາວ ຕໍ່ໄປໃນພາຍຫນ້າ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.