ບໍລິສັດ ພີທີທີ(ລາວ)ຈຳກັດໄດ້ເຂົ້າຮ່ວມກິດຈະກຳບຳເພັນສາທາລະນະປະໂຫຍດ ເນື່ອງໃນໂອກາດວັນນະວະມິນທະຣະມະຫາຣາດ 13 ຕຸລາ 2024 ແລະ ວັນປີຍະມະຫາຣາດ 23 ຕຸລາ 2024 ທີ່ທາງເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ທີມປະເທດໄທ, ຂ້າຣາຊະການ ແລະ ເຈົ້າໜ້າທີ່ສະຖານເອກອັກຄະຣາຊະທູດໄທ ແລະ ພາກເອກກະຊົນໄທໃນ ສປປ ລາວ ຈັດກິດຈະກຳຈິດອາສາຂຶ້ນ.

ເມື່ອວັນທີ 31 ຕຸລາ 2024 ຕາງຫນ້າບໍລິສັດ ໂດຍທ່ານ ນິກອນ ວັງວິເສດ ຮອງອຳນວຍການສາຍງານຈັດຫາຜະລິດຕະພັນແລະໂລຈິສຕິກ, ທ່ານ ການົນ ຮ່ວມຊາດ ຮອງອຳນວຍການສາຍງານການຕະຫລາດ ພ້ອມດ້ວຍພະນັກງານວິຊາການບໍລິສັດ ໄດ້ເຂົ້າພົບທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ ມອບຜ້າຫົ່ມກັນຫນາວ ຈຳນວນ 100 ຜືນ ໃຫ້ແກ່ອົງການກາແດງ ແຫ່ງຊາດລາວ ເພື່ອນຳໄປມອບໃຫ້ກັບຜູ້ປະສົບອຸທົກກະໄພໃນ ສປປ ລາວ.

ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງ ແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈສະຖານເອກອັກຄະຣາຊະທູດ, ໜ່ວຍງານທີມປະເທດ ແລະ ພາກເອກກະຊົນໄທ ໃນ ສປປ ລາວ ທີ່ໄດ້ຮ່ວມກິດຈະກຳຈິດອາສາໃນຄັ້ງນີ້ ຊຶ່ງຈະຊ່ວຍສະໜັບສະໜູນພາລະກິດທີ່ສຳຄັນຂອງອົງການກາແດງ ໃນການໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ປະຊາຊົນລາວ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.