ໃນວັນທີ11/09/2024 ບໍລິສັດ ພີທີທີ (ລາວ) ຈຳກັດ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອຳນວຍການ ພ້ອມດ້ວຍຄະນະ ໄດ້ນໍາເອົານໍ້າດື່ມກາພິທີທີ(ລາວ) ມອບເບື້ອງຕົ້ນໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ລວມມູນຄ່າ 10.000.000 ກີບ ເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ ຂອງແຂວງຫຼວງນໍ້າທາ ໂດຍຜ່ານກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ(ສຊປລ) ຕາງໜ້າຮັບໂດຍ ທ່ານ ນາງ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ສຊປລ ພ້ອມດ້ວຍຄະນະທັງສອງພາກສ່ວນເຂົ້າຮ່ວມ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.