ວັນທີ 20 ກຸມພາ 2023 ນີ້ ບໍລິສັດ ພີທີທີ (ລາວ) ຈໍາກັດ แລະ ບໍລິສັດ ທະວີສຸກ ກຣຸບ ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືສ້າງ Community Mall ໃນພື້ນທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ສາຂາວັງວຽງ ແລະ ທຸລະກິດນຳທ່ຽວ ຕາງໜ້າໂດຍໂດຍ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ນາງ ບຸນສົ່ງ ຄຳມັງ ຜູ້ອໍານວຍການ ບໍລິສັດ ທະວີສຸກ ກຣຸບ . ເຂົ້າຮ່ວມເປັນສັກຂີພະຍານຈາກ ຄະນະຜູ້ບໍລິຫານງານ, ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ມີບັນດາແຂກຈາກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຢ່າງພ້ອມພຽງ ເຊິ່ງງານດັ່ງກ່າວໄດ້ຈັດຂຶ້ນທີ່ ໂຮງແຮມ Crown Plaza Vientiane.
ເມືອງວັງວຽງເປັນຈຸດທີ່ການທ່ອງທ່ຽວໄດ້ຮັບຄວາມນິຍົມ ແລະ ເປັນຈຸດຫມາຍຂອງການເດີນທາງຂອງນັກທ່ອງທ່ຽວຈຳນວນຫລວງຫລາຍທັງພາຍໃນ ແລະ ຕ່າງປະເທດ ທັງນີ້ ສະຖານີບໍລິການນ້ຳມັນພີທີທີ(ລາວ)ສາຂາວັງວຽງເປັນຈຸດພັກລົດທີ່ໄດ້ຮັບຄວາມນິຍົມ ປະຈຸບັນ Ptt Station ສາຂາວັງວຽງຍັງບໍ່ພຽງພໍຕໍ່ການຂະຫຍາຍຕົວຂອງການທ່ອງທ່ຽວທີ່ເພີ່ມຂຶ້ນ ເພື່ອເປັນການຕອບໂຈດຕໍ່ການເຕີບໃຫຍ່ຂະຫຍາຍໂຕຂອງການທ່ອງທ່ຽວ ກໍ່ໃຫ້ເກີດມີການຮ່ວມມືໃນຄັ້ງນີ້ຂອງວຽກງານໂຄງການສ້າງ Community Mall ໃນພື້ນທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ສາຂາວັງວຽງ ແລະ ທຸລະກິດນຳທ່ຽວ. .