ໃນວັນສຸກ ທີ 06/12/2024 ທີ່ຜ່ານມາບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດງານສຳມະນາຄູ່ຄ້າ PTT Station & Café Amazon ພາຍໃຕ້ຫົວຂໍ້ Be Partner Be Family ໂດຍການເປັນປະທານຂອງທ່ານ ດິດສະທັດ ປັນຍາລະຊຸນ CEO, OR ພ້ອມດ້ວຍຄະນະຜູ້ບໍລິຫານງານ OR, ທ່ານ ພີລະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດພີທີທີ(ລາວ)ຈຳກັດ ພ້ອມດ້ວຍ ຄະນະຜູ້ບໍລິຫານງານ ບໍລິສັດພີທີທີ(ລາວ) ແລະ ຄູ່ຄ້າ ເພື່ອເປັນການຂອບໃຈຄູ່ຄ້າທຸກທ່ານຕະຫລອດໄລຍະເວລາທີ່ດຳເນີນທຸລະກິດຮ່ວມກັນຜ່ານມາ ເຊິ່ງພາຍໃນງານສຳມະນາໄດ້ມອບລາງວັນສະຖານີບໍລິການນ້ຳມັນດີເດັ່ນ ແລະ ຮ້ານຄາເຟອາເມຊອນດີເດັ່ນ ໃຫ້ກັບຄູ່ຄ້າ

ທ່ານ ດິດສະທັດ ປັນຍາລະຊຸນ CEO, OR ໄດ້ຂຶ້ນກ່າວເປີດງານ ພ້ອມກັບຂອບໃຈຄູ່ຄ້າທຸກທ່ານ ທີ່ໄດ້ຮ່ວມກັນພັດທະນາທຸລະກິດຂອງ ພີທີທີ(ລາວ) ໃຫ້ເຕີບໂຕຢ່າງຍືນຍົງຄຽງຄູ່ກັນໄປກັບ ສປປ.ລາວ
ທ່ານ ພີລະເວດ ນະ ຣະນອງ ໄດ້ນຳສະເຫນີເຖິງວິໄສທັດໃນການດຳເນີນທຸລະກິດຂອງບໍລິສັດ ແລະ ຜົນການດຳເນີນງານທີ່່ຜ່ານມາພ້ອມທັງ ນຳສະເຫນີແຜນງານໃນອະນາຄົດ ແນວຄິດແຫ່ງຄວາມຍືນຍົງເພື່ອເປົ້າຫມາຍຕາມທີ່ CEO, OR ກ່າວໄວ້ກໍຄື ເຕີບໂຕຢ່າງຍືນຍົງຄຽງຄູ່ກັນໄປກັບ ສປປ.ລາວ


ໃນຕອນຄ່ຳຂອງມື້ດຽວກັນ ພີທີທີ(ລາວ) ໄດ້ຈັດງານ Gala Dinner, ການສະແດງສິລະປະດົນຕີ, ກິດຈະກຳແຈກລາງວັນໃຫ້ກັບຄູ່ຄ້າ ເພື່ອສ້າງຄວາມມ່ວນຊື່ນເພີດເພີນສ້າງບັນຍາການຟົດຟື້ນຮ່ວມກັນ


