ຂ່າວສານ ແລະ ກິດຈະກຳ

ເປີດ PTT Station ຕົ້ນເພັດນຳໂຊກ2 ສາຂາ ປາກຊ່ອງລະຫານ້ຳ
16/01/2025ເປີດໃຫ້ບໍລິການແລ້ວເດີ້ສາຂາທຳອິດຂອງປີ2025 PTT Station ຕົ້ນເພັດນຳໂຊກ2 ສາຂາ ປາກຊ່ອງລະຫານ້ຳ ຕັ້ງທີ່ບ້ານໂນນສົມບູນ ເມືອງສອງຄອນ ແຂວງສະຫວັນນະເຂດ ເປີດໃຫ້ບໍລິການຕັ້ງແຕ່ວັນທີ 11/01/2025 ເປີດໃຫ້ບໍລິການທ່ານທຸກມື້ 06:00-22:00 ມາແວ່ເຕີມນ້ຳມັນ ແລະ check in ໄດ້ແລ້ວເດີ້ ...

Happy New Year 2025
31/12/2024ເນື່ອງໃນໂອກາດສົ່ງທ້າຍປີເກົ່າ2024 ຕ້ອນຮັບປີໃຫມ່2025 ທີ່ຈະມາເຖິງນີ້ ບໍລິສັດພີທີທີ(ລາວ)ຈຳກັດ ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກ ສຸຂະພາບເຂັ້ມແຂງ ມີຄວາມກ້າວຫນ້າໃນທຸກສາຂາອາຊີບ ກ້າວເຂົ້າສູ່ປີໃຫມ່ດ້ວຍຄວາມສຸກສົມຫວັງທຸກປະການ ດ້ວຍຄວາມຮັກແລະປາຖະຫນາດີຈາກ PTTLAO #PTTStation #CafeAmazon #Pttlubricants #FitAuto ...

Café Amazon ເປີດຄົບ 100 ສາຂາໃນ ສປປ.ລາວ
26/12/2024ຄາເຟ່ ອາເມຊອນ ສະບາຍດີ …! ເປັນສາຂາສຸດທ້າຍທີ່ເປີດໃຫ້ບໍລິການໃນປີນີ້ ແລະ ເປັນຂາທີ 100 ຂອງ Café Amazon ທີ່ເປີດໃຫ້ບໍລິການໃນ ສປປ.ລາວ. ຄາເຟ່ ອາເມຊອນ ສາຂາ ໂພສີ ເປັນສາຂາທີ່ຕັ້ງຢູ່ ບ້ານ ໂພສີ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໂດຍເປີດໃຫ້ບໍລິການທ່ານຢູ່ພາຍໃນ ຕົວເມືອງ ເປັນອີກໜື່ງສາຂາທີ່ສວຍງາມໄວ້ມອບຄວາມຜ່ອນຄາຍໃຫ້ແກ່ທ່ານໃນທຸກຄັ້ງທີ່ນັ່ງດື່ມເຄື່ອງດື່ມຂອງ ຄາເຟ່ ອາເມຊອນ ສາຂາ ໂພສີ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ. . . ຢ່າລືມແວ່ໄປໃຊ້ບໍລິການພວກເຮົາແດ່ເດີ້ ...

PTTLAO ຖວາຍປັດໃຈເພື່ອປະກອບສ່ວນຊື້ສີທາ ພຸດທະສິມມາ ວັດສີສັງວອນຍະຣາມ
26/12/2024ບໍລິສັດ ພີທີທີ(ລາວ)ຈຳກັດ ຮ່ວມບຳລຸງພຸດທະສາສະຫນາ ໂດຍຖວາຍປັດໃຈເພື່ອປະກອບສ່ວນຊື້ສີທາ ພຸດທະສິມມາ ເປັນເງິນຈຳນວນ 4,000,000 ກີບ ທີ່ວັດສີສັງວອນ ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນຳພາຖວາຍປັດໃຈໃນຄັ້ງນີ້ໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ(ລາວ)ຈຳກັດ ແລະ ຄະນະຜູ້ບໍລິຫານງານ ພ້ອມດ້ວຍພະນັກງານວິຊາການ ...

ບານເຕະມິດຕະພາບ ລະຫວ່າງ PTTLAO ແລະ ສະມາຄົມນັກຂ່າວແຫ່ງ ສປປ.ລາວ
26/12/2024ໃນວັນທີ19/12/2024 ເວລາ 17:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ້ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ສະມາຄົມນັກຂ່າວແຫ່ງ ສປປ.ລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພີຣະເວດ ນະ ຣະນອງ ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ທອງຫຼໍ ດວງສະຫວັນ ຫົວຫນ້າບັນນາທິການໃຫຍ່ຫນັງສືພິມພາສາຕ່າງປະເທດ ຄະນະປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ແລະ ພາກສ່ວນບັນດາສະມາຊິກສະມາຄົມນັກຂ່າວແຫ່ງ ສປປ.ລາວ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ ...

ພິທີເປີດສະຖານີບໍລິການນ້ຳມັນພີທີທີສາຂາເພັດສະໄຫມ ແລະ ຮ້ານຄາເຟ່ອາເມຊອນ ສີສົມບັດ ຢ່າງເປັນທາງການ
11/12/2024ພິທີເປີດສະຖານີບໍລິການນ້ຳມັນພີທີທີສາຂາເພັດສະໄຫມ ແລະ ຮ້ານຄາເຟ່ອາເມຊອນ ສີສົມບັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ ທີ່ບ້ານຫ້ວຍນ້ຳຫວ້າ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນກຽດ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ ອາດີມຮອງນາຍົກລັດຖະມົນຕີ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງແຂວງອຸດົມໄຊ, ທ່ານ ພີຣະເວດ ນະຣະນອງ ຜູ້ອຳນວຍການໃຫຍ່ ບໍລິສັດ ພີທີທີ(ລາວ)ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານພີທີທີ(ລາວ) ບັນດາພະແນກການ ຂະແຫນງການທີ່ກ່ຽວຂ້ອງຂອງອ້ອມຂ້າງແຂວງ ແລະເມືອງໄຊ ທ່ານ ສີສົມບັດ ດວງວິໄລແກ້ວ ປະທານສະພາບໍລິຫານກຸ່ມບໍລິສັດເທຣເຊີ້ລາວຈຳກັດ ເຈົ້າຂອງປ້ຳນ້ຳມັນ ແລະ ຮ້ານຄາເຟ່ອາເມຊອນ ກ່າວຕໍ່ພິທີວ່າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນຄອບຄົວຂອງບໍລິສັດ ພີທີທີ(ລາວ)ຈຳກັດ ເຊິ່ງເປັນແບຣນທີ່ຮູ້ຈັກກັນດີ ມີຜູ້ບໍລິໂພກໃຫ້ການຕອບຮັບທີ່ດີສະເຫມີມາ ທຸລະກິດຂອງພວກເຮົາດຳເນີນພາຍໃຕ້ ນະໂຍບາຍແລະຫລັກການທີ່ມີຄຸນນະພາບ ດ້ວຍປະສົບການທີ່ຍາວນານ ພວກເຮົາໄດ້ພັດທະນາສິນຄ້າ...