ວິໄສທັດ
ແບຣນໄທຊັ້ນນໍ້າລະດັບໂລກທີ່ສ້າງຄຸນຄ່າໃຫ້ກັບຊຸມຊົນຜ່ານການດຳເນີນທຸລະກິດນໍ້າມັນ ທຸລະກິດຄ້າປີກ ແລະ ທຸລະກິດທີ່ກ່ຽວຂ້ອງ
ພັນທະກິດ
ດຳເນີນທຸລະກິດນໍ້າມັນ ທຸລະກິດຄ້າປີກ ແລະ ທຸລະກິດທີ່ກ່ຽວຂ້ອງ ທັງໃນ ແລະ ຕ່າງປະເທດໃນຖານະບໍລິສັດຊັ້ນນໍາລະດັບສາກົນທີ່ສ້າງຄຸນຄ່າ ແລະ ມີສ່ວນຮ່ວມໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍທຸກພາກສ່ວນ.
ຕໍ່ປະເທດ
ສ້າງການຈະເລີນເຕີບໂຕແບບຢັ້ງຢືນ ຜ່ານການດຳເນີນທຸລະກິດນໍ້າມັນ ທຸລະກິດຄ້າປີກ ແລະ ທຸລະກິດທີ່ກ່ຽວຂ້ອງ
ຕໍ່ຜູ້ຖືຮຸ້ນ
ດຳເນີນທຸລະກິດເຊີງພານິດ ສາມາດສ້າງຜົນຕອບແທນທີ່ດີ ແລະ ມີການຂະຫຍາຍທຸລະກິດສູ່ສາກົນໃຫ້ເຕີບໂຕຕໍ່ເນື່ອງຢ່າງຢັ້ງຢືນ
ຕໍ່ຄູ່ຄ້າ
ດໍາເນີນທຸລະກິດຮ່ວມກັນບົນພື້ນຖານຂອງຄວາມເປັນທຳ ມຸ່ງສ້າງຄວາມໄວ້ວາງໃຈ ຄວາມສຳພັນ ແລະ ຄວາມຮ່ວມມືທີ່ດີ ເພື່ອພັດທະນາສັກກະຍະພາບ ແລະ ປະສິດທິພາບໃນການດຳເນີນທຸລະກິດຮ່ວມກັນໃນໄລຍະຍາວ
ຕໍ່ສັງຄົມຊຸມຊົນ
ເປັນອົງກອນທີ່ດີຂອງສັງຄົມ ດຳເນີນທຸລະກິດທີ່ມີການບໍລິຫານຈັດການຜົນກະທົບຕໍ່ສິ່ງແວດລ້ອມ ແລະ ມີສ່ວນຮ່ວມໃນການພັດທະນາຄຸນນະພາບຊີວິດທີ່ດີແກ່ສັງຄົມຊຸມຊົນ
ຕໍ່ລູກຄ້າ
ສ້າງຄວາມເພິ່ງພໍໃຈ ແລະ ຄວາມຜູກພັນແກ່ລູກຄ້າ ໂດຍຜ່ານການນໍາສະເໜີຜະລິດຕະພັນ ແລະ ບໍລິການ ທີ່ມີຄຸນນະພາບໃນລະດັບມາດຕະຖານສາກົນ
ຕໍ່ພະນັກງານ
ສະໜັບສະໜູນການພັດທະນາຄວາມສາມາດການເຮັດວຽກລະດັບມືອາຊີບຢ່າງຕໍ່ເນື່ອງ ໃຫ້ຄວາມໝັ້ນໃຈໃນຄຸນນະພາບຊີວິດ ການເຮັດວຽກຂອງພະນັກງານເທົ່າທຽມບໍລິສັດຊັ້ນນໍາເພື່ອສ້າງຄວາມຜູກພັນຕໍ່ອົງກອນ
ຄ່ານິຍົມ
S
Synergy
ຮ່ວມສ້າງພະລັງອັນຍິ່ງໃຫຍ່
P
Performance Excellence
ຮ່ວມມຸ່ງສູ່ຄວາມເປັນເລີດ
I
Innovation
ຮ່ວມສ້າງນະວັດຕະກຳ
R
Responsibility for Society
ຮ່ວມຮັບຜິດຊອບຕໍ່ສັງຄົມ
I
Integrity and Ethics
ຮ່ວມສ້າງພະລັງຄວາມດີ
T
Trust & Respect
ຮ່ວມສ້າງຄວາມເຊື່ອໝັ້ນ