ບໍລິສັດ ພີທີທີ (ລາວ) ຈຳກັດ ຕັ້ງຢູ່ບ້ານຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ໄດ້ສ້າງຕັ້ງຂຶ້ນໃນປີ 1993 ໂດຍທຶນຈົດທະບຽນ 190,000,000,000 ກີບ ແລະ ປະຈຸບັນມີພະນັກງານ 131 ຄົນ. ບໍລິສັດ ພີທີທີ (ລາວ) ຈຳກັດ ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ພີທີທີໂອອາ ນ້ຳມັນ ແລະ ການຄ້າປີກ ຈຳກັດ ມະຫາຊົນ. ເຊິ່ງດຳເນີນທຸລະກິດຕ່າງໆດັ່ງນີ້:
- ສະຖານີບໍລິການນ້ຳມັນ
- ທຸລະກິດກຸ່ມອຸດສາຫະກຳ
- ໂຮງງານ/ໂຄງການ/ກໍ່ສ້າງຕ່າງໆ
- ທຸລະກິດ Non-oil
- ສູນບໍລິການກວດເຊັກລົດ Procheck & Fit Auto
- Café Amazon
- ຮ້ານເຂົ້າປຽກປູ ປາກເຊ
- ຮ້ານຊານົມໄຂ່ມຸກ Pearly Tea
ໄດ້ດຳເນີນທຸລະກິດພາຍໃຕ້ໂລໂກ້ຂອງກຸ່ມ ບໍລິສັດ ພີທີທີໂອອາ ຈຳກັດ ມະຫາຊົນ. ຊື່ງເປັນເລີດທາງທຸລະກິດ ແລະ ຍັງຄົງຍຶດໝັ້ນພັນທະສັນຍາຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ໃນຕໍ່ໜ້າສະພາບແວດລ້ອມທາງການຕະຫຼາດຈະມຸ່ງໜັ້ນທີ່ຈະດຳເນີນທຸລະກິດຢ່າງມີປະສິດທິພາບດ້ວຍການເບິ່ງແຍງດູແລກິດຈະການທີ່ດີ.