ຄວາມເປັນມາ

     ບໍລິສັດ ພີທີທີ (ລາວ) ຈຳກັດ ຕັ້ງຢູ່ບ້ານຮ່ອງແກ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ໄດ້ສ້າງຕັ້ງຂຶ້ນໃນປີ 1993 ໂດຍທຶນຈົດທະບຽນ 190,000,000,000 ກີບ ແລະ ປະຈຸບັນມີພະນັກງານ 131 ຄົນ. ບໍລິສັດ ພີທີທີ (ລາວ) ຈຳກັດ ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ພີທີທີໂອອາ ນ້ຳມັນ ແລະ ການຄ້າປີກ ຈຳກັດ ມະຫາຊົນ. ເຊິ່ງດຳເນີນທຸລະກິດຕ່າງໆດັ່ງນີ້:

  • ສະຖານີບໍລິການນ້ຳມັນ
  • ທຸລະກິດກຸ່ມອຸດສາຫະກຳ
  • ໂຮງງານ/ໂຄງການ/ກໍ່ສ້າງຕ່າງໆ
  • ທຸລະກິດ Non-oil
  • ສູນບໍລິການກວດເຊັກລົດ Procheck & Fit Auto
  • Café Amazon
  • ຮ້ານເຂົ້າປຽກປູ ປາກເຊ
  • ຮ້ານຊານົມໄຂ່ມຸກ Pearly Tea

ໄດ້ດຳເນີນທຸລະກິດພາຍໃຕ້ໂລໂກ້ຂອງກຸ່ມ ບໍລິສັດ ພີທີທີໂອອາ  ຈຳກັດ ມະຫາຊົນ. ຊື່ງເປັນເລີດທາງທຸລະກິດ ແລະ ຍັງຄົງຍຶດໝັ້ນພັນທະສັນຍາຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ໃນຕໍ່ໜ້າສະພາບແວດລ້ອມທາງການຕະຫຼາດຈະມຸ່ງໜັ້ນທີ່ຈະດຳເນີນທຸລະກິດຢ່າງມີປະສິດທິພາບດ້ວຍການເບິ່ງແຍງດູແລກິດຈະການທີ່ດີ.