LUBRICANTS

ພີທີທີ ຊາເລັນເຈີ 4 ທີ SAE 10W-30, 10W-40, 15W-50
PTT CHALLENGER 4T

ເປັນນໍ້າມັນເຄື່ອງລົດຈັກ 4 ຈັງຫວະເທັກໂນໂລຢີສັງເຄາະສູດເພີື່ມປະສິດທິພາບເຄື່ອງຈັກ ອອກແບບມາເພື່ອສຳລັບເຄື່ອງຈັກ 4 ຈັງຫວະປະສິທິພາບສູງລຸ້ນໃຫມ່ ໃຫ້ການປົກປ້ອງເຄື່ອງຈັກພ້ອມການເຂົ້າເກຍທີ່ງ່າຍ ແລະ ນຸ້ມນວນ.

 

ຄຸນສົມບັດ

• ຊ່ວຍໃຫ້ການເຂົ້າເກຍທີ່ງ່າຍ ແລະ ນຸ້ມນວນ.
• ຫຼໍ່ລື່ນ ແລະ ປ້ອງກັນການຫຼຸ້ຍຫ້ຽນຂອງຊີ້ນສ່ວນອາໄຫລ່ ແລະ ຊຸດເກຍໄດ້ດີ.
• ຮັກສາໃຫ້ເຄື່ອງຈັກສະອາດ ປ້ອງກັນການສະສົມຂອງສິ່ງເປິເປື້ອນ ໂດຍສະເພາະລູກສູບ ແລະ ແຫວນ.
• ຊ່ວຍຍືດອາຍຸການໃຊ້ງານຂອງນໍ້າມັນ ຍືດອາຍຸການໃຊ້ງານຂອງເຄື່ອງຈັກ ແລະ ຍືດອາຍຸການປ່ຽນຖ່າຍນໍ້າມັນເຄື່ອງ.
• ການຕອບສະຫນອງດີເລີດ ແລະ ປະຫຍັດນໍ້າມັນ (SAE 10W-30).
• ໃຫ້ປະສິດທິພາບຂອງເຄື່ອງຈັກເຕັມທີ່ ແລະ ແຮງມ້າ (SAE 10W-40).
• ຄວາມແຂງແຮງຂອງຟີມສູງທີ່ເໜືອກວ່າສຳລັບການປ້ອງກັນເຄື່ອງຈັກພາຍໃຕ້ຄວາມໄວຮອບສູງ (SAE 15W-50).

 

ການໃຊ້ງານ
• ອອກແບບມາເພື່ອເຄື່ອງຈັກ 4 ຈັງຫວະປະສິດທິພາບສູງ ລຸ້ນໃຫມ່ປະເພດ ສະປອຣດ, ບິກໄບ້ ແລະ ຊັອບເປີ້ ແບບລະບາຍຄວາມຮ້ອນດ້ວຍນ້ຳ ແລະ ອາກາດ.
• ແນະນຳສຳຫລັບລະບົບຈ່າຍນ້ຳມັນແບບຫົວສີດ ແລະ ແບບຄາບູເລເຕີ້ ໃຊ້ໄດ້ກັບເກຍຂອງລົດຈັກ 2 ຈັງຫວະ.
• ຂໍ້ຄວນຮັບຮູ້: ເລືອກໃຊ້ເບີຄວາມຂຸ້ນໜຽວຕາມຄຳແນະນຳຂອງຜູ້ຜະລິດ ຖ້າມີການຂັບຂີ່ທີ່ຄວາມໄວສູງຕໍ່ເນື່ອງເປັນເວລາດົນນານເຊັ່ນ ລົດບິກໄບ້ ແລະ ຊອັບເປີ້ແນະນຳເບີຄວາມຂຸ້ນຫນຽວ 15W-50.

 

ມາດຕະຖານ
• API SN
• JASO MA2

ດາວໂຫຼດລາຍລະອຽດສິນຄ້າ