LUBRICANTS

ພີທີທີ ຊາເລັນເຈີ 4 ທີ ຊີນເທີຕິກ SAE 10W40 , 15W-50
PTT CHALLENGER 4 T SYNTHETIC

ເປັນນໍ້າມັນເຄື່ອງລົດຈັກ 4 ຈັງຫວະສັງເຄາະ 100% ປະສິທິພາບສູງ ສູດເພີ່ມປະສິດທິພາບເຄື່ອງຈັກ ດ້ວຍເທັກໂນໂລຢີ HIGH FILM STRENGTH (HFS) ໃຫ້ການປົກປ້ອງເຄື່ອງຈັກໃນສະພາວະຄວາມຮ້ອນສູງ ແລະ ຮອບເຄື່ອງຈັກສູງຢ່າງດີເລີດ ພ້ອມສູດພິເສດ TRIPLE ACTION FORMULA ໃຫ້ແຮງສຽດທານໃນລະບົບຄາດທີ່ເຫມາະສົມສຳລັບເຄື່ອງຈັກ 4 ຈັງຫວະປະສິທິພາບສູງລຸ້ນໃໝ່ໃຫ້ການປົກປ້ອງເຄື່ອງຈັກພ້ອມການເຂົໍ້າເກຍທີ່ງ່າຍ ແລະ ນຸ້ມນວນ.

 

ຄຸນສົມບັດ

• ດ້ວຍເທັກໂນໂລຢີ HIGH FILM STRENGTH (HFS) ໃຫ້ການປົກປ້ອງເຄື່ອງຈັກໃນສະພາວະຄວາມຮ້ອນສູງ ແລະ ຮອບເຄື່ອງຈັກສູງຢ່າງດີເລີດຄຸນນະສົມບັດການຫຼໍ່ຫຼື່ນທີ່ດີ ປ້ອງກັນການຫຼຸ້ຍຫ້ຽນ ແລະ ເສຍກໍາລັງເນື່ອງຈາກຄວາມຝືດຂອງຊິ້ນສ່ວນອາໄຫຼ່ໃນເຄື່ອງຈັກ.
• ພ້ອມສູດພິເສດ TRIPLE ACTION FORMULA ໃຫ້ແຮງສຽດທານໃນລະບົບຄາດທີ່ເຫມາະສົມສໍາລັບເຄື່ອງຈັກ 4 ຈັງຫວະປະສິທິພາບສູງລຸ້ນໃໝ່ໃຫ້ການປົກປ້ອງເຄື່ອງຈັກພ້ອມການເຂົ້າເກຍທີ່ງ່າຍ ແລະ ນຸ້ມນວນ.
• ໃຫ້ເຄື່ອງຈັກສະອາດປ້ອງກັນການສະສົມຂອງສິ່ງເປິເປື້ອນໃນຫ້ອງເຄື່ອງ ໂດຍສະເພາະລູກສູບ ແລະ ແຫວນ.
• ຄົງທົນຕໍ່ຄວາມຮ້ອນ ແລະ ອົກຊີເຈັນທີ່ເປັນສາເຫດຂອງການເສື່ອມສະພາບໄດ້ດີຊ່ວຍຍືດອາຍຸການໃຊ້ງານຂອງນໍ້າມັນ ຍືດອາຍຸການໃຊ້ງານຂອງເຄື່ອງຈັກ ແລະ ຍືດອາຍຸການປ່ຽນຖ່າຍນໍ້າມັນເຄື່ອງ.

 

ການໃຊ້ງານ
• ອອກແບບມາເພື່ອເຄື່ອງຈັກ 4 ຈັງຫວະປະສິດທິພາບສູງລຸ້ນໃຫມ່ປະເພດສະປອດ, ບິກໄບ້ ແລະ ຊັອບເປີ້ແບບລະບາຍຄວາມຮ້ອນດ້ວຍນໍ້າ ແລະອາກາດ.
• ແນະນໍາສໍາລັບລະບົບຈ່າຍນໍ້າມັນແບບຫົວສີດ ແລະ ແບບຄາບູເລເຕີ້ໃຊ້ໄດ້ກັບເກຍຂອງລົດຈັກ 2 ຈັງຫວະ.
• ຂໍ້ຄວນຮັບຮູ້: ແນະນຳເບີຄວາມຂຸ້ນໜຽວ15W-50 ສຳລັບການຂັບຂີ່ທີ່ຄວາມໄວສູງຕໍ່ເນື່ອງເປັນເວລາດົນນານ ໂດຍສະເພາະເຄື່ອງຈັກລະບາຍຄວາມຮ້ອນດ້ວຍອາກາດ.

 

ມາດຕະຖານ
• API SN
• JASO MA2

ດາວໂຫຼດລາຍລະອຽດສິນຄ້າ