LUBRICANTS

ພີທີທີ ເພີຟໍມ້າ ເຊມີ້-ຊີນເທີຕິກ SAE 10W-30/10W40
PTT PERFORMA SEMI-SYNTHETIC

ເປັນນ້ຳມັນເຄື່ອງເທັກໂນໂລຢີສັງເຄາະ ເພື່ອເນັ້ນການປົກປ້ອງ ແລະ ຫຼຸດຜ່ອນການຫຼຸ້ຍຫ້ຽນຂອງຊີ້ນສ່ວນ ແລະ ຊຸດຂັບເຄື່ອນວາວ ອອກແບບສຳຫລັບເຄື່ອງຈັກແອັດຊັງສະມັດຕະພາບສູງ ຊ່ວຍເພີ່ມກຳລັງອັດ ຂອງເຄື່ອງຈັກພ້ອມຮັກສາຄວາມສະອາດ ແລະ ປ້ອງກັນການເກີດເປັນຕົມ(ຄ້າຍໆວຸ້ນ)ຂອງນ້ຳມັນເຄື່ອງ.

 

ຄຸນສົມບັດ

• ທົນຕໍ່ການທຳລາຍຂອງຄວາມຮ້ອນ ແລະ ອົກຊີເຈັນໄດ້ສູງກວ່ານ້ຳມັນຫຼໍ່ລື່ນທົ່ວໄປ ຈື່ງຊ່ວຍປ້ອງກັນການຕັນຂອງໄສ້ກອງນ້ຳມັນເຄື່ອງ ການເກີດເປັນຕົມ(ຄ້າຍໆວຸ້ນ) ແລະ ອຸປະກອນບຳບັດອາຍເສຍ (Catalytic Converter).
• ຊະລ້າງຄວາມເປິເປື້ອນ ແລະ ຮັກສາຄວາມສະອາດຂອງຊີ້ນສ່ວນເຄື່ອງຈັກໄດ້ດີໃຫ້ສະອາດຢູ່ສະເໝີ ໂດຍສະເພາະລູກສູບ ກະບອກສູບ ແລະ ເທີໂບຊາດເຈີ້ (Turbo Charger) ການເກີດຄາບເປິເປື້ອນ ແລະ ຕະກອນຄວາມຂຸ້ນໜຽວໄດ້ຢ່າງດີເລີດ.
• ຍືດອາຍຸການໃຊ້ງານຂອງເຄື່ອງຈັກ ແລະ ການປ່ຽນຖ່າຍ ຕອບສະຫນອງອັດຕາເລັ່ງຕ່ຳ ພ້ອມຫຼຸດປະລິມານໃຊ້ເຊື້ອໄຟຂອງເຄື່ອງຈັກ.
• ບໍ່ສູນເສຍສະພາບຄວາມຂຸ້ນໜຽວຕາມເກຣດ ເຖິງວ່າຢູ່ໃນສະພາວະອຸນຫະພູມຮ້ອນສູງ (Stay-in-Grade Performance).

 

ການໃຊ້ງານ
• ອອກແບບມາສຳລັບລົດຍົນເຄື່ອງຈັກແອັດຊັງທົ່ວໄປ ແລະ ສະມັດຕະພາບສູງ.
• ຮອງຮັບການໃຊ້ງານຮ່ວມກັບນ້ຳມັນແອັດຊັງບໍ່ມີສານຕະກົ່ວ(ULG) (E10, E20 ແລະ E85) ແລະ ເຊື້ອໄຟກາສ(CNG/NGV ແລະ LPG).

 

ມາດຕະຖານ
• API SN
• ILSAC GF 5 (SAE 10 W 30

ດາວໂຫຼດລາຍລະອຽດສິນຄ້າ