ອີງຕາມການລະບາດຂອງພະຍາດ Covid-19 ແລະ ຄຳສັ່ງການເລກທີ 15/ນຍ, ລົງວັນທີ 21/04/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ Covid-19.

ເພື່ອເປັນການປະຕິບັດຕາມຄຳສັ່ງ ແລະ ການປ້ອງກັນການລະບາດຂອງພະຍາດ Covid-19 ແລະ ການເດີນທາງຂອງພະນັກງານໃນໄລຍະດັ່ງກ່າວ, ດັ່ງນັ້ນ ບໍລິສັດ ພີທີທີ (ລາວ) ຈໍາກັດ ຈຶ່ງຈຳເປັນຕ້ອງໄດ້ປ່ຽນແປງເວລາປິດໃຫ້ບໍລິການ ຂອງປໍ້ານໍ້າມັນ ພີທີທີ (ລາວ) ທົ່ວປະເທດ. ດັ່ງນີ້:

  • ເວລາເດີມ ເປີດເວລາ 06:00 ໂມງ ປິດເວລາ 22:00 ໂມງ
  • ເວລາໃໝ່ ເປີດເວລາ 06:00 ໂມງ ປິດເວລາ 19:00 ໂມງ

ການປະຕິບັດເວລາດັ່ງກ່າວແມ່ນເລີ່ມຕັ້ງແຕ່ ວັນທີ 22/04/2021 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃໝ່ມາປ່ຽນແທນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.