ຈຸດປະສົງຂອງງານນັດພົບແຮງງານ ຄສບ ຄັ້ງທີ 8 ແມ່ນເປັນການດຶງຕະຫຼາດແຮງງານ ແລະ ຫົວໜ່ວຍແຮງງານມາພົບກັນ ບໍ່ວ່າຈະເປັນວຽກປະຈຳ, ວຽກເສີມ ແລະ ການຮັບນັກສຶກສາຝຶກງານ ພ້ອມທັງເປີດໂອກາດໃຫ້ຫົວໜ່ວຍທຸລະກິດໄດ້ໃຫ້ຂໍ້ມູນກ່ຽວກັບອົງກອນຂອງຕົນ  ເພື່ອເປີດໂອກາດໃຫ້ນັກສຶກສາ ແລະ ບຸກຄົນພາຍນອກທີ່ກຳລັງຊອກວຽກເຮັດງານທຳ ໄດ້ສຶກສາຂໍ້ມູນຂອງພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆ ທີ່ເຂົ້າມາຮ່ວມງານ ພ້ອມທັງສາມາດສະໝັກວຽກກັບພາກສ່ວນດັ່ງກ່າວໄດ້ເລີຍ.

ງານນັດພົບແຮງງານ ຄສບ ຄັ້ງທີ 8 ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ  ວັນທີ 25-26 ມີນາ 2021 ນີ້ໂດຍການເຂົ້າຮ່ວມຂອງ ທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ ປອ ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຄູອາຈານ, ນັກສຶກສາ ແລະ ພາກສ່ວນບໍລິສັດຕ່າງໆ ເຂົ້າຮ່ວມເປີດງານຢ່າງເປັນທາງການ.

ໃນປີນີ້ມີບັນດາຫົວໜ່ວຍທຸລະກິດ ແລະ ບໍລິສັດຕ່າງໆເຂົ້າຮ່ວມຈໍານວນ 30 ບໍລິສັດ, ບໍລິສັດ ພີທີທີ (ລາວ) ຈໍາກັດ ກໍ່ເປັນໜຶ່ງໃນບໍລິສັດທີ່ເຂົ້າຮ່ວມງານ ເພື່ອສົ່ງເສີມການຊອກວຽກເຮັດງານທຳ ແລະ ໄດ້ແລກປ່ຽນແບ່ງເປັນຄວາມຮູ້ໃຫ້ແກ່ນ້ອງໆນັກສຶກສາ, ພາຍໃນງານຍັງມີການສຳມະນາຫົວຂໍ້ຕ່າງໆທີ່ເປັນປະໂຫຍດແກ່ນັກສຶກສາ ຈາກວິທະຍາກອນທີ່ມີປະສົບການ ແລະ ໄດ້ຮັບຜົນສຳເລັດໃນການປະກອບທຸລະກິດຂອງຕົນ. ນອກຈາກຈະເປີດໂອກາດໃຫ້ນັກສຶກສາທີ່ກຳລັງຈະຮຽນຈົບ ຫຼື ຈົບແລ້ວ ໄດ້ສຶກສາຂໍ້ມູນຂອງພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆແລ້ວ ກໍ່ຍັງເປັນອີກຊ່ອງທາງໜຶ່ງໃຫ້ກັບພາກສ່ວນທຸລະກິດ ແລະ ບໍລິສັດຕ່າງໆໄດ້ພົບປະ ແລະ ແລກປ່ຽນບົດຮຽນສະໜອງຂໍ້ມູນຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນ.

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.