ໃນຕອນເຊົ້າວັນທີ 19/8/2025 ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ໄດ້ຈັດພິທີລົງນາມບັນທຶກຄວາມເຂົ້າໃຈກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືຍົກລະດັບມາດຕະຖານເຕັກນິກສາງນ້ຳມັນເຊື້ອໄຟ ມາດຕະຖານບໍລິການປ້ຳນ້ຳມັນ ແລະ ພັດທະນາທຸລະກິດອາຍແກ໊ສອຸດສາຫະກຳ ລະຫວ່າງ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ໂດຍທ່ານ ວຽງທອງ ວົງທະວິໄລ ຜູ້ອຳນວຍການໃຫຍ່ ແລະ ບໍລິສັດ ພີທີທີ (ລາວ) ຈຳກັດ ໂດຍທ່ານພີຣະເວດ ນະ ຣະນອງ ຜູ້ອຳນວຍການໃຫຍ່ ເປັນສັກຂີພະຍານໂດຍ ທ່ານ ແສງພະນົມຈອນ ອິນທະສານ ຮອງຫົວຫນ້າຫ້ອງການ ກະຊວງອຸດສາຫະກຳແລະການຄ້າ ແລະ ທ່ານ ຊົງພົນ ເທບນຳສົມນາມມະນັດ ຮອງປະທານເຈົ້າຫນ້າທີ່ບໍລິຫານດ້ານທຸລະກິດຕ່າງປະເທດ ບໍລິສັດ ພີທີທີໂອອາ ຈຳກັດ (ມະຫາຊົນ) ພ້ອມຜູ້ບໍລິຫານແລະພະນັກງານທັງສອງຝ່າຍ ອີງໃສ່ການພັດທະນາທາງດ້ານເສດຖະກິດແລະສັງຄົມ ໃນ ສປປ ລາວ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຄວາມຕ້ອງການຊົມໃຊ້, ການສົ່ງເສີມແລະຄວາມໝັ້ນຄົງທາງດ້ານພະລັງງານ (ນ້ຳມັນເຊື້ອໄຟ ແລະອາຍແກັສ), ການຍົກລະດັບມາດຕະຖານເຕັກນິກລະບົບສາງນ້ຳມັນເຊື້ອໄຟ ໃຫ້ມີຄວາມປອດໄພ ແລະຮັກສາຄຸນນະພາບ ຕາມທີ່ກົດໝາຍ ແລະລະບຽບການກໍານົດໄວ້, ມາດຕະຖານສະຖານີບໍລິການນ້ຳມັນ ແລະມາດຕະຖານໂຮງສ້ອມແປງ, ບໍາລຸງຮັກສາຖັງບັນຈຸອາຍແກ໊ສຫຸງຕົ້ມ LPG ແລະ ພັດທະນາທຸລະກິດອາຍແກ໊ສອຸດສາຫະກໍາ (LNG), ພະລັງງານທາງເລືອກແລະທົດແທນ ໃຫ້ມີປະສິດທິພາບ ແລະປະສິດທິຜົນ ໂດຍນໍາໃຊ້ທ່າແຮງຂອງແຕ່ລະຝ່າຍ ໃນການດໍາເນີນທຸລະກິດ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ການລົງນາມບົດບັນທຶກໃນຄັ້ງນີ້ ເປັນອີກຄວາມຮ່ວມມືທີ່ທັງສອງບໍລິສັດໄດ້ດຳເນີນຄວາມສຳພັນກັນມາຢ່າງເນື່ອງ

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.