ວັນທີ 26 ຕຸລາ 2022, ໄດ້ມີພິທີເຊັນສັນຍາຮ່ວມທຸລະກິດຊື້ – ຂາຍ ແລະ ສົ່ງອອກເມັດກາເຟ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ພີທີທີ(ລາວ) ຈໍາກັດ. ພິທີຈັດຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ໂຮງງານກາເຟດາວ ບ້ານຫຼັກ 21 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ.

  

ໃນພິທີດັ່ງກ່າວ ໄດ້ມີການລາຍງານໂດຍສັງເຂບກ່ຽວກັບການດໍາເນີນທຸລະກິດ ຂອງບໍລິສັດ ກາເຟດາວ ຈໍາກັດ ເຊິ່ງລາຍງານໂດຍ ທ່ານ ວັນນະດາ ພົມມະສະຖິດ ຜູ້ອໍານວຍການໃຫຍ່ ບໍລິສັດ ກາເຟດາວ ຈໍາກັດ. ພ້ອມນີ້, ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ(ລາວ) ຈໍາກັດ ກໍ່ໄດ້ປະກອບຄໍາເຫັນ ແລະ ຕໍ່ມາ ທ່ານ ນາງ ບຸນເຮືອງ ແຄລໍ ລິດດັງ ກໍາມະການສະພາບໍລິຫານ ບໍລິສັດ ກາເຟດາວ ຈໍາກັດ ກໍ່ໄດ້ລາຍງານໂດຍສັງເຂບຄວາມເປັນມາ, ສາຍສໍາພັນຂອງບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ພີທີທີ(ລາວ) ຈໍາກັດ.

ຈາກນັ້ນ, ໄດ້ມີການເຊັນສັນຍາຮ່ວມທຸລະກິດຊື້ – ຂາຍ ແລະ ສົ່ງອອກເມັດກາເຟ. ບໍລິສັດ ກາເຟດາວ ຈໍາກັດ ລົງນາມໂດຍ ທ່ານ ວັນນະດາ ພົມມະສະຖິດ ຜູ້ອໍານວຍການໃຫຍ່ ບໍລິສັດ ກາເຟດາວ ຈໍາກັດ.ບໍລິສັດ ພີທີທີ(ລາວ) ຈໍາກັດ ລົງນາມໂດຍ ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ(ລາວ) ຈໍາກັດ. ມີທ່ານ ປອ.ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ພ້ອມດ້ວຍແຂກຖືກເຊີນ, ການນໍາ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ. ພາຍຫຼັງສໍາເລັດພິທີ ກໍໄດ້ນໍາພາແຂກຢ້ຽມຊົມໂຮງງານ, ເບິ່ງຂະບວນການຜະລິດກາເຟຂອງ ບໍລິສັດ ກາເຟດາວ ຈໍາກັດ. ໃນວັນດຽວກັນ ການນໍາ ແລະ ພະນັກງານວິຊາການຂອງ ສອງບໍລິສັດ ຍັງໄດ້ເດີນທາງໄປທ່ຽວຊົມສວນປູກກາເຟ ຢູ່ຫ້ວຍໝາກຈັນ ເມືອງປາກຊ່ອງ ແຂວງຈໍາປາສັກ .

ບໍ່ອະນຸຍາດໃຫ້ສະແດງຄຳເຫັນ.