News and Activity

Café Amazon ເປີດຄົບ 100 ສາຂາໃນ ສປປ.ລາວ
26/12/2024ຄາເຟ່ ອາເມຊອນ ສະບາຍດີ …! ເປັນສາຂາສຸດທ້າຍທີ່ເປີດໃຫ້ບໍລິການໃນປີນີ້ ແລະ ເປັນຂາທີ 100 ຂອງ Café Amazon ທີ່ເປີດໃຫ້ບໍລິການໃນ ສປປ.ລາວ. ຄາເຟ່ ອາເມຊອນ ສາຂາ ໂພສີ ເປັນສາຂາທີ່ຕັ້ງຢູ່ ບ້ານ ໂພສີ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ໂດຍເປີດໃຫ້ບໍລິການທ່ານຢູ່ພາຍໃນ ຕົວເມືອງ ເປັນອີກໜື່ງສາຂາທີ່ສວຍງາມໄວ້ມອບຄວາມຜ່ອນຄາຍໃຫ້ແກ່ທ່ານໃນທຸກຄັ້ງທີ່ນັ່ງດື່ມເຄື່ອງດື່ມຂອງ ຄາເຟ່ ອາເມຊອນ ສາຂາ ໂພສີ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ. . . ຢ່າລືມແວ່ໄປໃຊ້ບໍລິການພວກເຮົາແດ່ເດີ້ ...

PTTLAO ຖວາຍປັດໃຈເພື່ອປະກອບສ່ວນຊື້ສີທາ ພຸດທະສິມມາ ວັດສີສັງວອນຍະຣາມ
26/12/2024ບໍລິສັດ ພີທີທີ(ລາວ)ຈຳກັດ ຮ່ວມບຳລຸງພຸດທະສາສະຫນາ ໂດຍຖວາຍປັດໃຈເພື່ອປະກອບສ່ວນຊື້ສີທາ ພຸດທະສິມມາ ເປັນເງິນຈຳນວນ 4,000,000 ກີບ ທີ່ວັດສີສັງວອນ ບ້ານຮ່ອງແກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນຳພາຖວາຍປັດໃຈໃນຄັ້ງນີ້ໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດ ພີທີທີ(ລາວ)ຈຳກັດ ແລະ ຄະນະຜູ້ບໍລິຫານງານ ພ້ອມດ້ວຍພະນັກງານວິຊາການ ...

ບານເຕະມິດຕະພາບ ລະຫວ່າງ PTTLAO ແລະ ສະມາຄົມນັກຂ່າວແຫ່ງ ສປປ.ລາວ
26/12/2024ໃນວັນທີ19/12/2024 ເວລາ 17:00 ໂມງ ທີ່ເດີ່ນເຕະບານເຟີຣາຣີ້ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ສະມາຄົມນັກຂ່າວແຫ່ງ ສປປ.ລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພີຣະເວດ ນະ ຣະນອງ ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ທອງຫຼໍ ດວງສະຫວັນ ຫົວຫນ້າບັນນາທິການໃຫຍ່ຫນັງສືພິມພາສາຕ່າງປະເທດ ຄະນະປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ແລະ ພາກສ່ວນບັນດາສະມາຊິກສະມາຄົມນັກຂ່າວແຫ່ງ ສປປ.ລາວ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ ...

ພິທີເປີດສະຖານີບໍລິການນ້ຳມັນພີທີທີສາຂາເພັດສະໄຫມ ແລະ ຮ້ານຄາເຟ່ອາເມຊອນ ສີສົມບັດ ຢ່າງເປັນທາງການ
11/12/2024ພິທີເປີດສະຖານີບໍລິການນ້ຳມັນພີທີທີສາຂາເພັດສະໄຫມ ແລະ ຮ້ານຄາເຟ່ອາເມຊອນ ສີສົມບັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ ທີ່ບ້ານຫ້ວຍນ້ຳຫວ້າ ເມືອງໄຊ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມເປັນກຽດ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ ອາດີມຮອງນາຍົກລັດຖະມົນຕີ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງແຂວງອຸດົມໄຊ, ທ່ານ ພີຣະເວດ ນະຣະນອງ ຜູ້ອຳນວຍການໃຫຍ່ ບໍລິສັດ ພີທີທີ(ລາວ)ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານພີທີທີ(ລາວ) ບັນດາພະແນກການ ຂະແຫນງການທີ່ກ່ຽວຂ້ອງຂອງອ້ອມຂ້າງແຂວງ ແລະເມືອງໄຊ ທ່ານ ສີສົມບັດ ດວງວິໄລແກ້ວ ປະທານສະພາບໍລິຫານກຸ່ມບໍລິສັດເທຣເຊີ້ລາວຈຳກັດ ເຈົ້າຂອງປ້ຳນ້ຳມັນ ແລະ ຮ້ານຄາເຟ່ອາເມຊອນ ກ່າວຕໍ່ພິທີວ່າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນຄອບຄົວຂອງບໍລິສັດ ພີທີທີ(ລາວ)ຈຳກັດ ເຊິ່ງເປັນແບຣນທີ່ຮູ້ຈັກກັນດີ ມີຜູ້ບໍລິໂພກໃຫ້ການຕອບຮັບທີ່ດີສະເຫມີມາ ທຸລະກິດຂອງພວກເຮົາດຳເນີນພາຍໃຕ້ ນະໂຍບາຍແລະຫລັກການທີ່ມີຄຸນນະພາບ ດ້ວຍປະສົບການທີ່ຍາວນານ ພວກເຮົາໄດ້ພັດທະນາສິນຄ້າ...

ບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດງານສຳມະນາຄູ່ຄ້າ PTT Station & Café Amazon ພາຍໃຕ້ຫົວຂໍ້ Be Partner Be Family
11/12/2024ໃນວັນສຸກ ທີ 06/12/2024 ທີ່ຜ່ານມາບໍລິສັດພີທີທີ(ລາວ)ຈຳກັດ ໄດ້ຈັດງານສຳມະນາຄູ່ຄ້າ PTT Station & Café Amazon ພາຍໃຕ້ຫົວຂໍ້ Be Partner Be Family ໂດຍການເປັນປະທານຂອງທ່ານ ດິດສະທັດ ປັນຍາລະຊຸນ CEO, OR ພ້ອມດ້ວຍຄະນະຜູ້ບໍລິຫານງານ OR, ທ່ານ ພີລະເວດ ນະ ຣະນອງ ຜູ້ອຳນວຍການ ບໍລິສັດພີທີທີ(ລາວ)ຈຳກັດ ພ້ອມດ້ວຍ ຄະນະຜູ້ບໍລິຫານງານ ບໍລິສັດພີທີທີ(ລາວ) ແລະ ຄູ່ຄ້າ ເພື່ອເປັນການຂອບໃຈຄູ່ຄ້າທຸກທ່ານຕະຫລອດໄລຍະເວລາທີ່ດຳເນີນທຸລະກິດຮ່ວມກັນຜ່ານມາ ເຊິ່ງພາຍໃນງານສຳມະນາໄດ້ມອບລາງວັນສະຖານີບໍລິການນ້ຳມັນດີເດັ່ນ ແລະ ຮ້ານຄາເຟອາເມຊອນດີເດັ່ນ ໃຫ້ກັບຄູ່ຄ້າ ທ່ານ ດິດສະທັດ ປັນຍາລະຊຸນ CEO, OR ໄດ້ຂຶ້ນກ່າວເປີດງານ ພ້ອມກັບຂອບໃຈຄູ່ຄ້າທຸກທ່ານ ທີ່ໄດ້ຮ່ວມກັນພັດທະນາທຸລະກິດຂອງ ພີທີທີ(ລາວ) ໃຫ້ເຕີບໂຕຢ່າງຍືນຍົງຄຽງຄູ່ກັນໄປກັບ ສປປ.ລາວ ທ່ານ...

ບໍລິສັດ PTTLAO ແລະບໍລິສັດ BEERLAO ລົງນາມຮ່ວມມືກັນເພື່ອເສີມສ້າງຄວາມຫຼາກຫຼາຍ ແລະ ມອບປະສົບການສຸດພິເສດໃຫ້ກັບລູກຄ້າ ໃນ ສປປ ລາວ.
22/11/2024ໃນວັນທີ 20 ພະຈິກ 2024 – ບໍລິສັດ ພີທີທີ(ລາວ)ຈຳກັດ ແລະ ບໍລິສັດ ເບຍລາວ ຈຳກັດ ໄດ້ລົງນາມເຊັນສັນຍາຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ຊຸກຍູ້ການເຕີບໂຕທາງທຸລະກິດ ແລະ ເສີມຂະຫຍາຍຕະຫຼາດ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ຂອງ ບໍລິສັດ ເບຍລາວ ເຊິ່ງມີຜູ້ບໍລິຫານຂອງທັງສອງບໍລິສັດເຂົ້າຮ່ວມ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອໍານວຍການ PTT Lao Co., Ltd. ແລະ ຕ່າງໜ້າບໍລິສັດ ເບຍລາວ ຈຳກັດນຳໂດຍ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການໃຫຍ່. ທ່ານ ພີຣະເວດ ນະ ຣະນອງ ໄດ້ສະແດງຄວາມຮູ້ສຶກຕໍ່ການຮ່ວມມືຄັ້ງນີ້ວ່າ: “ພວກເຮົາຕື່ນເຕັ້ນເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບບໍລິສັດເບຍລາວ, ການຮ່ວມມືໃນຄັ້ງນີ້ບໍ່ພຽງແຕ່ຈະເສີມສ້າງຄວາມແຂງແກ່ນໃຫ້ກັບຜະລິດຕະພັນຂອງພວກເຮົາ ແຕ່ຍັງເປັນການຂະຫຍາຍການເຂົ້າເຖິງຕະຫລາດໃນລາວ ໃຫ້ທົ່ວເຖິງກວ່າເກົ່າ. ພວກເຮົາທັງສອງບໍລິສັດພ້ອມແລ້້ວທີ່ຈະສ້າງມາດຖານໃໝ່ໃນການມອບຄຸນະພາບທີ່ດີ ແລະ ຄວາມເພິ່ງພໍໃຈໃນກັບລູກຄ້າຂອງພວກເຮົາ” ທ່ານ...

ບໍລິສັດ PTTLAO ຮ່ວມສືບສານປະເພນີແຫ່ຜາສາດເຜິ້ງເພື່ອສັກກາລະໃນງານບຸນພຣະທາດຫລວງ
18/11/2024ພາບບັນຍາກາດ ບໍລິສັດພີທີທີ(ລາວ)ຈຳກັດ ຮ່ວມສືບສານປະເພນີແຫ່ຜາສາດເຜິ້ງເພື່ອສັກກາລະໃນງານບຸນພຣະທາດຫລວງທີ່ຜ່ານມາ ນຳພາໂດຍ ທ່ານ ພີຣະເວດ ນະ ຣະນອງ ຜູ້ອຳນວຍການໃຫຍ່ ແລະຄະນະຜູ້ບໍລິຫານງານ ພ້ອມທັງພະນັກງານວິຊາການ ລູກຄ້າ ແລະຄູ່ຄ້າ ຢ່າງເປັນຂະບວນຟົດຟື້ນ #PTTLAO #ແຫ່ຜາສາດເຜິ້ງ #ບຸນນະມັດສະການພຣະທາດຫລວງວຽງຈັນ ...
