News and Activity

The Thai Embassy in Lao PDR and PTT (Lao) have joined forces to plant trees for a special education school in Vientiane.
14/12/2020ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ພ້ອມດ້ວຍຄະນະຈາກສະຖານເອກອັກຄະຣາຊະທູດ, ທ່ານ ນາງ ສິລິວັນ ວິລະຈິດ ຜູ້ອຳນວຍການໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການສາຍງານ Supply & Logistic ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍຄະນະຈາກ ພີທີທີ (ລາວ) ໄດ້ຮ່ວມປູກຕົ້ນໄມ້ໃຫ້ແກ່ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ ໃນວັນທີ 27 ກໍລະກົດ 2020 ທີ່ຜ່ານມາ ເພື່ອບຳເພັນສາທາລະນະປະໂຫຍດເນື່ອງໃນໂອກາດວັນສະເຫຼີມພະຊົນມະພັນສາພະບາດສົມເດັດພະເຈົ້າຢູ່ຫົວປະຈຳປີ ພສ 2563. ...

Café Amazon Dansavanh
14/12/2020ເປີດໃຫ້ບໍລິການແລ້ວ “ຄາເຟ່ ອາເມຊອນ ສາຂາ ແດນສະຫວັນ” ໃນວັນທີ 23 ກໍລະກົດ 2020 ຕັ້ງຢູ່ບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ (ເຂດເສດຖະກິດພິເສດສະຫວັນນະເຂດ) ເປັນປະທານເປີດງານໂດຍ ທ່ານ ຈັນສະໝອນ ຄ່ຽມວິໄຊ ປະທານບໍລິສັດ ອຸທະຍານແດນສະຫວັນ, ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມໃນງານ. ...

M Food Restaurant is now open
14/12/2020ຮ້ານອາຫານ MFood ໄດ້ເປີດໃຫ້ບໍລິການລູກຄ້າແລ້ວວັນທີ 18 ກໍລະກົດ 2020 ໃນສະຖານີບໍລິການນໍ້າມັນ ພີທີທີ ໂພນຕ້ອງ ເຂົ້າຮ່ວມເປັນປະທານໂດຍ ທ່ານ ຈິລະສັກ ສາຍສະໜິດ ປະທານ ບໍລິສັດ ເອັມຟູດ ດີລີເວີຣີ້ ຈຳກັດຜູ້ດຽວ, ທ່ານ ອາລຸນແສງ ພົງມະນີ ຫົວໜ້າພັດທະນາ ແລະ ບໍລິຫານາທຸລະກິດ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈໍາກັດ ພ້ອມດ້ວຍບັນດາແຂກໃນງານ ເປັນຮ້ານອາຫານທີ່ມີເມນູອາຫານຫຼາກຫຼາຍ ແລະ ແປກໃໝ່ໃຫ້ທ່ານໄດ້ລອງ ທີ່ສຳຄັນເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ 10:30am-20:30pm ເພີ່ມຄວາມສະດວກສະບາຍໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການໃນສະຖານີບໍລິການນໍ້າມັນ ພີທີທີ (ລາວ). ...

PTT (Lao) cares about health
14/12/2020ຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ເປັນຢາທີ່ຄວນສີດເປັນປະຈໍາທຸກປີ ເພາະເປັນໄວຮັສທີ່ມີການລະບາດທຸກປີເຊິ່ງແຕ່ລະປີຈະແຕກຕ່າງກັນ ບາງສາຍພັນຄາດການລະບາດໄດ້ຍາກ ເຊັ່ນ ການລະບາດຂອງເຊື້ອໄວຣັສ Covid-19 ກໍ່ເປັນໄວຣັສທີ່ມີອາການຄ້າຍຄືກັບໄຂ້ຫວັດໃຫຍ່ ແລະ ເປັນການລະບາດທີ່ຮຸນແຮງຫຼາຍໃນປີນີ້, ພີທີທີ (ລາວ) ກໍ່ໄດ້ຮ່ວມແຮງຮ່ວມໃຈປ້ອງກັນການລະບາດ ໂດຍໃສ່ໜ້າກາອະນາໄມ, ໝັ່ນລ້າງມືເປັນປະຈໍາ ແລະ ໄດ້ມີການສັກຢາວັກຊີນປ້ອງກັນໄຂ້ຫວັດໃຫຍ່ໃຫ້ກັບພະນັກງານໃນວັນທີ 08 ກໍລະກົດ 2020 ທີ່ຜ່ານມາເພື່ອສ້າງໃຫ້ມີພູມຄຸ້ມກັນໃນຮ່າງກາຍຕະຫຼອດເວລາ. ...

The 3rd Sone Nong Sang Om Project at Sithanaxay Hight School.
14/12/2020ໂຄງການສອນນ້ອງສ້າງອອມ ຄັ້ງທີ 3 ໂດຍ ພາກວິຊາການເງິນ-ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນ ໃນວັນທີ 03 ກໍລະກົດ 2020 ທີ່ ໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ. ເຂົ້າຮ່ວມໂດຍ ທ່ານ ຮສ ນາງແສງຈັນ ຈັນທະເສນ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ຄຳພັນ ລາຊະຈັກ ຮອງຜູ້ອຳນວຍການໂຮງຮຽນ ມ.ສ ສີທ່ານາໄຊ, ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການ ສາຍງານ Supply and Logistic ບໍລິສັດ ພີທີທີ (ລາວ) ຈໍາກັດ, ພ້ອມດ້ວຍຄະນະຄູອາຈານຈາກມະຫາວິທະຍາໄລແຫ່ງຊາດ-ໂຮງຮຽນ ມ.ສ ສີທ່ານາໄຊ, ນັກສຶກສາ...

PTT (Lao) donates Covid-19 anti-virus equipment in conjunction with the Thai Embassy in Lao PDR
14/12/2020ເມື່ອວັນທີ 29 ມິຖຸນາ 2020 ທີ່ຜ່ານມາ ທ່ານ ດຳຣົງ ໃຄ່ຄວນ ເອກອັກຄະຣາຊະທູດໄທປະຈຳ ສປປ ລາວ ພ້ອມດ້ວຍຄະນະຈາກສະຖານເອກອັກຄະຣາຊະທູດ ໄດ້ມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19, ອຸປະກອນການຮຽນການສອນໃຫ້ແກ່ ໂຮງຮຽນສຶກສາພິເສດນະຄອນຫຼວງວຽງຈັນ. ໃນໂອກາດນີ້ ພີທີທີ (ລາວ) ຕາງໜ້າໂດຍ ທ່ານ ນັດທະວັດ ແປ້ນຈຸນສີ ຮອງຜູ້ອຳນວຍການສາຍປະຕິບັດການ ກໍ່ໄດ້ຮ່ວມສົມທົບມອບອຸປະກອນປ້ອງກັນການລະບາດຂອງເຊື້ອໄວຣັສ Covid-19 ແລະ ຖັງຂີ້ໃສ່ເຫຍື້ອໃຫ່ແກ່ໂຮງຮຽນ, ຫຼັງຈາກນັ້ນກໍ່ໄດ່ຢ້ຽມຊົມໂຮງຮຽນ ແລະ ໄດ້ຮ່ວມຮັບປະທານອາຫານທ່ຽງຮ່ວມກັບນ້ອງນັກຮຽນ ແລະ ຄູອາຈານດ້ວຍຄວາມເບີກບານມ່ວນຊື່ນ. ...

Big Cleaning Day against COVID-19
14/12/2020ພີທີທີ (ລາວ) ກໍ່ໄດ້ເຮັດກິດຈະກໍາ Big Cleaning Day ໃນວັນທີ 20 ມີນາ 2020 ທີ່ສຳນັກງານໃຫຍ່ ພີທີທີ (ລາວ) ໂດຍພະນັກງານ ພີທີທີ (ລາວ) ໄດ້ຮ່ວມແຮງຮ່ວມໃຈກັນເຮັດອະນາໄມ ແລະ ພື້ນທີ່ອ້ອມຂ້າງສໍານັກງານຮ່ວມກັນ ໃຫ້ເປັນລະບຽບຮຽບຮ້ອຍ ສະອາດງາມຕາ ເພື່ອປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອໄວຣັສ COVID-19. ...
