News and Activity

PTT (LAO) donated medical Equipment to LAO PDR preventing COVID-19 Epidemic.
29/07/2021ໃນປະຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ກໍ່ຍັງມີການແຜ່ລະບາດເພີ່ມຂຶ້ນເລື້ອຍໆ, ວັນທີ 28 ກໍລະກົດ 2021 ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບອຸປະກອນການແພດປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໃຫ້ແກ່ ສຳນັກງານຜູ້ຊ່ວຍທູດທະຫານໄທ ປະຈຳນະຄອນຫຼວງວຽງຈັນ. ອຸປະກອນການແພດທີ່ມອບຄັ້ງນີ້ມີ ໜ້າກາກອະນາໄມ 5.000 ອັນ ແລະ ເຈວແອວກໍຮໍລ້າງມື 500 ml ຈຳນວນ 200 ຂວດ ລວມມູນຄ່າ 16.000.000 ກີບ ເປັນການປະກອບສ່ວນອຸປະກອນເພື່ອໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ. ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍທຸລະກິດ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ໃຫ້ກຽດຮັບໂດຍ...

PTT (LAO) supported sports uniforms to the Sisattanak District Administration Office.
28/07/2021ໃນວັນທີ 27 ກໍລະກົດ 2021 ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ສະໜັບສະໜູນຊຸດກິລາໃຫ້ແກ່ ສຳນັກງານປົກຄອງເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ໃຫ້ກຽດມອບໂດຍ ທ່ານ ມັງກອນ ສຸລິໂຍສັກ Auto Service Store management Division ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ໃຫ້ກຽດຮັບໂດຍ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງ ເມືອງສີສສັດຕະນາກ, ເລຂາພັກເມືອງ, ຄະນະປະຈຳພັກນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມທີ່ ສຳນັກງານປົກຄອງເມືອງສີສັດຕະນາກ. ໂດຍໄດ້ມອບຊຸດກິລາ ຈໍານວນ 28 ຊຸດ ລວມມູນຄ່າ 2.500.000 ກີບ ເພື່ອປະກອບສ່ວນຊຸກຍູ້ ສົ່ງເສີມ ເຂົ້າໃນວຽກງານກິລາຂອງເມືອງສີສັດຕະນາກ. ໃນໂອກາດນີ້, ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງ...

ແຈ້ງການໃນການປ່ຽນແປງເວລາເປີດ-ປິດ ການໃຫ້ບໍລິການຂອງ ປໍ້ານໍ້າມັນ ພີທີທີ (ລາວ) ທົ່ວປະເທດ.
16/06/2021ເຖິງລູກຄ້າປໍ້ານໍ້າມັນຕົວແທນຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ແລະ ລູກຄ້າທີ່ເຂົ້າມາໃຊ້ບໍລິການທຸກທ່ານ ໃນການປ່ຽນແປງເວລາເປີດ-ປິດ ການໃຫ້ບໍລິການຂອງ ປໍ້ານໍ້າມັນ ພີທີທີ (ລາວ) ທົ່ວປະເທດ ດັ່ງນີ້: ເວລາເດີມ ເປີດເວລາ 06:00 ມ ປິດເວລາ 19:00 ມເວລາໃໝ່ ເປີດເວລາ 06:00 ມ ປິດເວລາ 22:00 ມ ...

ພະນັກງານ ພີທີທີ (ລາວ) ເຂົ້າຮັບການສັກຢາວັກຊີນປ້ອງກັນ COVID-19
18/05/2021ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2021 ທາງໜ່ວຍງານບຸກຄົນຂອງ ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ນຳພາພະນັກງານ ເຂົ້າຮັບການສັກຢາວັກຊີນ Sinopharm ທີ່ໂຮງໝໍສູນກາງ 103 ກອງທັບ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ COVID-19 ແລະ ເພື່ອຄວາມປອດໄພຂອງພະນັກງານ. ໂດຍການເຂົ້າຮັບການສັກຢາວັກຊີນ ລວມມີທັງພະນັກງານ ພີທີທີ (ລາວ) ແລະ ສະມາຊິກໃນຄອບຄົວຂອງພະນັກງານ ພີທີທີ (ລາວ). ຫຼັງຈາກການສັກຢາແລ້ວ ບໍລິສັດ ພີທີທີ (ລາວ) ຈຳກັດ ກໍ່ໄດ້ສະໜັບສະໜູນອາຫານທ່ຽງ ຈາກຮ້ານ ເຂົ້າປຽກປູ ປາກເຊ ແລະ ເຄື່ອງດື່ມ ຈາກຮ້ານ ຊານົມໄຂ່ມຸກ Pearly Tea ໃຫ້ກັບທີມແພດໝໍທີ່ບໍລິການການສັກຢາ ທີ່ໂຮງໝໍສູນກາງ 103 ກອງທັບ ໃນຄັ້ງນີ້ດ້ວຍ. ...

ພີທີທີ (ລາວ) ຮ່ວມສົ່ງກຳລັງໃຈໃຫ້ຄະນະແພດໝໍ
18/05/2021ການລະບາດຂອງພະຍາດໂຄວິດ-19 ຮອບທີສອງນີ້ ເປັນການລະບາດທີ່ຮຸນແຮງກວ່າເກົ່າ ແລະ ກຳລັງລະບາດເປັນວົງກວ້າງໃນປະຈຸບັນ ເຮັດໃຫ້ຄະນະແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງເຮັດວຽກໜັກຫຼາຍຂຶ້ນກວ່າເກົ່າ. ໃນຕອນເຊົ້າວັນທີ 12 ພຶດສະພາ 2021 ບໍລິສັດ ພີທີທີ (ລາວ) ຈໍາກັດ ໄດ້ມອບເຄື່ອງດື່ມໃຫ້ແກ່ຄະນະແພດໝໍ 3 ໂຮງໝໍ ໄດ້ແກ່ ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍ ເສດຖາທິລາດ ເຊິ່ງມີ ເຄື່ອງດື່ມ ຊານົມໄຂ່ມຸກ Pearly Tea ຈໍານວນ 600 ຈອກ ແລະ ຄັອດດັອກຊີສ ຈໍານວນ 300 ໄມ້ ລວມມູນຄ່າ 12,600,000 ກີບ. ໃຫ້ກຽດມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ...

ພີທີທີ (ລາວ) ປະກອບສ່ວນສະໜັບສະໜູນເຂົ້າໃນວຽກງານຕ້ານການແຜ່ລະບາດຂອງພະຍາດ COVID-19
18/05/2021ໃນວັນທີ 10 ພຶດສະພາ 2021 ພີທີທີທ (ລາວ) ໄດ້ມອບເງິນສະໜັບສະໜູນເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ຫ້ອງການກຳມະບານ ເມືອງໄຊເສດຖາ ມູນຄ່າ 4,000,000 ກີບ. ໃຫ້ກຽດຕາງໜ້າມອບໂດຍ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການ ສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນພະຈິດ ມະໂນສານ ຄະນະບໍລິຫານ ປະທານກຳມະບານເມືອງໄຊເສດຖາ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອປະກອບສ່ວນໃນການຊື້ອຸປະກອນທີ່ນຳໃຊ້ເຂົ້າໃນວຽກງານການປ້ອງກັນຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19 ຂອງຫ້ອງການກຳມະບານເມືອງໄຊເສດຖາ. ...

PTTLAO donated Fund Supporting LAO PDR to prevent COVID-19 Epidemic.
17/05/2021ໃນວັນທີ 05 ພຶດສະພາ 2021 ບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມສົມທົບທຶນປະກອບສ່ວນສະຫນັບສະຫນູນໃນການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19. ໂດຍການມອບເງິນສະຫນັບສະຫນູນມູນຄ່າ 30,000,000 ກີບ ໃຫ້ແກ່ ສະຖານທູດໄທ ປະຈຳ ສປປ ລາວ. ໃຫ້ກຽດຕາງຫນ້າມອບ-ຮັບໂດຍ ທ່ານ ນາງ ວະຣາທິບ ສຸພະຊະວະໂຣດ ອັກຄະຣາຊະທູດທີ່ປຶກສາ ແລະ ທ່ານ ວັນສະຫວ່າງ ສ່ອງແສງ ຮອງຜູ້ອຳນວຍການສາຍງານ Non-oil ບໍລິສັດ ພີທີທີ (ລາວ) ຈຳກັດ. ເພື່ອປະກອບສ່ວນໃນການຄວບຄຸມ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ຄັ້ງທີສອງທີ່ກຳລັງລະບາດໃນປະເທດລາວ. ...
