News and Activity

ພິທີເປີດ ຮ້ານ Café Amazon Concept Store ແຫ່ງທໍາອິດທີ່ນະຄອນຫຼວງວຽງຈັນ ສປປ ລາວ ສາຂາ ໂຮງກາຍະສິນ .
21/12/2023ພິທີເປິດສາຂາທຳອິດຂອງ Café Amazon Concept Store ເປັນກຽດເຂົ້າຮ່ວມມີ ທ່ານ ດີຊະທັດ ປັນຍາຣະຊຸນ ປະທານເຈົ້າໜ້າທີ່ບໍລິຫານ ບໍລິສັດ ປຕທ ນໍ້າມັນ ແລະ ການຄ້າປີກ ຈຳກັດ ມະຫາຊົນ (ປະເທດໄທ) ແລະ ທ່ານ ນາງ ຄໍາ ນັກສຸລິດ ຜູ້ບໍລິຫານຮ້ານຄ້າເຝ່ ອາເມຊອນ ສາຂາໂຮງກາຍະສິນ ພ້ອມດ້ວຍ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາດຊະທູດໄທ ປະຈຳ ນະຄອນຫຼວງວຽງຈັນ ແລະ ທ່ານ ບົວໄລ ພານຸວົງ ເລຂາທິການ ສະມາຄົມລາວ-ໄທ ເພື່ອມິດຕະພາບ ຮ່ວມພິທີເປີດຮ້ານ ຢ່າງເປັນທາງການ. Café Amazon Concept Store ແຫ່ງທໍາອິດ ໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ...

📣📣ປະກາດຮັບສະໝັກພະນັກງານ 📣📣
03/11/2023🎉🎉ບໍລິສັດ ພີທີທີ(ລາວ) ຈຳກັດ ປະກາດຮັບສະຫມັກພະນັກງານ 2 ຕຳແຫນ່ງ: ພະນັກງານຂາຍປະຈຳເຂດ ແລະ ພະນັກງານເຝິກອົບຮົມ ພະນັກງານສະຖານີບໍລິການນ້ຳມັນ 🎉🎉 ສະຖານທີ່ເຮັດວຽກ: ສຳນັກງານໃຫຍ່ບໍລິສັດ ຖະຫນົນກຳແພງເມືອງ, ບ້ານຮ່ອງແກ, ນະຄອນຫລວງວຽງຈັນ ເປີດຮັບສະຫມັກຕັ້ງແຕ່ມື້ນີ້ຈົນເຖິງວັນທີ 30 ພະຈິກ 2023 ເງື່ອນໄຂຜູ້ສະຫມັກ: 1 ຈົບການສຶກສາຊັ້ນສູງ/ປະລິນຍາຕີ ຂຶ້ນໄປ ສາຂາບໍລິຫານທຸລະກິດ ຫລື ສາຂາອື່ນໆທີ່ກ່ຽວຂ້ອງ 2 ເປັນບຸກຄົນສັນຊາດລາວ 3 ສາມາດເດີນທາງຕ່າງແຂວງໄດ້ ແລະ ມີໃບຂັບຂີ່ລົດໃຫຍ່ 4 ຖ້າມີປະສົບການຈະພິຈາລະນາເປັນພິເສດ 5 ສາມາດສື່ສານພາສາອັງກິດ, ພາສາຈີນ, ພາສາຫວຽດນາມ, ພາສາໄທ ຈະພິຈາລະນາເປັນພິເສດ 6 ເງິນເດືອນເປັນໄປຕາມໂຄງສ້າງເງິນເດືອນທີ່ບໍລິສັດກຳຫນົດ ສົນໃຈຕິດຕໍ່ຍື່ນໃບສະຫມັກໄດ້ທີ່ Ms.Phatchanokporn 020 5554 8571 Ms.Pakuchi 020...

ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຕອບຮັບການເປັນປ້ຳແບບຢ່າງໃນການສາທິດການກວດສອບບໍລິມາດນ້ຳມັນໃຫ້ກັບຊ່ຽວຊານຕ່າງປະເທດ.
20/10/2023ໃນວັນທີ 19 ຕຸລາ 2023 ທີ່ສະຖານີບໍລິການນ້ຳມັນພີທີທີລາວ ໂພນຕ້ອງ ນະຄອນຫລວງວຽງຈັນ ຂອງບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ຂະແຫນງຊັບສິນທາງປັນຍາ ມາດຕະຖານ ແລະວັດແທກ ພະແນກອຸດສະຫະກຳແລະການຄ້າ ນະຄອນຫລວງວຽງຈັນ ແລະກົມມາດຕະຖານແລະວັດແທກ ກະຊວງອຸດສາຫະກຳແລະການຄ້າ ລົງປະຕິບັດວຽກສາທິດຂັ້ນຕອນວິທີການ ກວດສອບຫົວຈ່າຍນ້ຳມັນ ແລະ ການຄິດໄລ່ຄ່າອະນຸຍາດ ຂອງມາດຕະຖານບໍລິມາດຫົວຈ່າຍນ້ຳມັນ ໃຫ້ແກ່ຊ່ຽວຊານ ທີ່ມາຈາກປະເທດເຢຍລະມັນ ເຊິ່ງບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ອຳນວຍຄວາມສະດວກດ້ານສະຖານທີ່ ໃຫ້ແກ່ວຽກງານດັ່ງກ່າວ ພ້ອມກັບສົ່ງພະນັກງານວິຊາການຂອງບໍລິສັດ ເຂົ້າຮ່ວມຢ່າງຫ້າວຫັນແລະພ້ອມພຽງກັນ. ...

PTT LAO ແລະ ZIXGAR LAO PDR & SFM GROUP LAO PDR ຮ່ວມລົງນາມໃນ MOUຮ່ວມມືດຳເນີນທຸລະກິດອາຫານປະເພດ Zixgar Light Meal ແລະ Bakery.
11/08/2023ໃນວັນທີ 8 ສິງຫາ 2023 ນີ້ ທີ່ສູນອາຫານໂຊນາ ຟູດເຮົາສ໌ ໄດ້ມີພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ພີທີທີ(ລາວ)ຈໍາກັດ ແລະ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ) ໃນການສະໜອງສິນຄ້າບໍລິໂພກປະເທດອາຫານ ສູ່ຕະຫຼາດລາວ ໂດຍສະເພາະຮ້ານອາເມຊອນໃນ ສປປ ລາວ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ(ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານບໍລິສັດແລະ ທ່ານ ແສງລາຕີ ສະຫວັນຄໍາ ຜູ້ອໍານວຍການ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ)...



