News and Activity

S__5603447_0

ບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ຕອບຮັບການເປັນປ້ຳແບບຢ່າງໃນການສາທິດການກວດສອບບໍລິມາດນ້ຳມັນໃຫ້ກັບຊ່ຽວຊານຕ່າງປະເທດ.

20/10/2023
ໃນວັນທີ 19 ຕຸລາ 2023 ທີ່ສະຖານີບໍລິການນ້ຳມັນພີທີທີລາວ ໂພນຕ້ອງ  ນະຄອນຫລວງວຽງຈັນ ຂອງບໍລິສັດ ພີທີທີ (ລາວ) ຈຳກັດ ຮ່ວມກັບ ຂະແຫນງຊັບສິນທາງປັນຍາ ມາດຕະຖານ ແລະວັດແທກ ພະແນກອຸດສະຫະກຳແລະການຄ້າ ນະຄອນຫລວງວຽງຈັນ ແລະກົມມາດຕະຖານແລະວັດແທກ ກະຊວງອຸດສາຫະກຳແລະການຄ້າ ລົງປະຕິບັດວຽກສາທິດຂັ້ນຕອນວິທີການ ກວດສອບຫົວຈ່າຍນ້ຳມັນ ແລະ ການຄິດໄລ່ຄ່າອະນຸຍາດ ຂອງມາດຕະຖານບໍລິມາດຫົວຈ່າຍນ້ຳມັນ  ໃຫ້ແກ່ຊ່ຽວຊານ ທີ່ມາຈາກປະເທດເຢຍລະມັນ ເຊິ່ງບໍລິສັດ ພີທີທີ (ລາວ) ຈຳກັດ ໄດ້ອຳນວຍຄວາມສະດວກດ້ານສະຖານທີ່ ໃຫ້ແກ່ວຽກງານດັ່ງກ່າວ ພ້ອມກັບສົ່ງພະນັກງານວິຊາການຂອງບໍລິສັດ ເຂົ້າຮ່ວມຢ່າງຫ້າວຫັນແລະພ້ອມພຽງກັນ.  ...
365258903_6627794867259645_1708327579577319767_n

PTT LAO ແລະ ZIXGAR LAO PDR & SFM GROUP LAO PDR ຮ່ວມລົງນາມໃນ MOUຮ່ວມມືດຳເນີນທຸລະກິດອາຫານປະເພດ Zixgar Light Meal ແລະ Bakery.

11/08/2023
ໃນວັນທີ 8 ສິງຫາ 2023 ນີ້ ທີ່ສູນອາຫານໂຊນາ ຟູດເຮົາສ໌ ໄດ້ມີພິທີເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ພີທີທີ(ລາວ)ຈໍາກັດ ແລະ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ) ໃນການສະໜອງສິນຄ້າບໍລິໂພກປະເທດອາຫານ ສູ່ຕະຫຼາດລາວ ໂດຍສະເພາະຮ້ານອາເມຊອນໃນ ສປປ ລາວ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພີທີທີ(ລາວ) ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານງານບໍລິສັດແລະ ທ່ານ ແສງລາຕີ ສະຫວັນຄໍາ ຜູ້ອໍານວຍການ ເອັສເອຟເອັມ ກຣູບ ລາວ ພີດີອາ (ບໍລິສັດ ສະຫວັນຄໍາ ຟູດ ແອນ ບີເວິເຣຊ ຈໍາກັດ ຜູ້ດຽວ)...
DSC00803

ພິທີເປີດ ຮ້ານ Café Amazon ສາຂາ LTC (ລາວ ໂທລະຄົມ) ສາຍລົມ.

10/08/2023
ໃນວັນທີ 8 ສິງຫາ 2023 ທີ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມີພິທີເປີດ ຮ້ານ Café Amazon ສາຂາ ລາວໂທລະຄົມ ສາຍລົມ ຢ່າງເປັນທາງການ ໃຫ້ກຽດຮ່ວມງານໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ທ່ານ ທິຣະ ວິຣະວົງ ຜູ້ອໍານວຍການ ບໍລິສັດ ພິທີທີ ລາວ ຈໍາກັດ ພ້ອມດ້ວຍຄະນະ, ຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວ ໂທລະຄົມ ແລະ ທີມງານທຸລະກິດ Café Amazon, ໃຫ້ກຽດກ່າວເປີດງານໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ລາວ ໂທລະຄົມ...
S__3891230

ບໍລິສັດພີທີທີ(ລາວ)ຈຳກັດ ເຂົ້າຮ່ວມການແຂ່ງຂັນເຕະບານກັບ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ

19/07/2023
ໃນວັນທີ19/07/2023 ເວລາ 16:00 ໂມງ ທີ່ເດີ່ນເຕະບານວິກຕໍຣີ້ ໄດ້ມີການເຕະບານມິດຕະພາບ ລະຫວ່າງ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ທີຣະ ວິຣະວົງ ຜູ້ອຳນວຍການ ບໍລິສັດ ພີທີທີ (ລາວ) ຈຳກັດ ແລະ ທ່ານ ສາຍຈິດ ສິມມະວົງ ຄະນະອຳນວຍການ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍຜູ້ບໍລິຫານ ພະນັກງານວິຊາການ ຂອງທັງສອງອົງກອນ ຈຸດປະສົງຂອງການຈັດງານຄັ້ງນີ້ ເພື່ອເປັນການຫລີ້ນກີລາ ອອກກຳລັງກາຍ ສ້າງຄວາມສາມະຄີ ພົບປະສ້າງສາຍພົວພັນອັນດີລະຫວ່າງກັນ ...
ZON1

Café Amazon ຈັດການແຂ່ງຂັນ Café Amazon Barista Championship ປະຈຳປີ 2023

13/07/2023
ເປີດໂສມຫນ້າ ສຸດຍອດບາຣິສຕ້າ ຜູ້ຄວ້າໄຊຊະນະຈາກການແຂ່ງຂັນ Cafe Amazon Barista Championship 2023 Café Amazon ຈັດການແຂ່ງຂັນ Café Amazon Barista Championship ປະຈຳປີ 2023 ຮອບຊິງຊະນະເລີດທີ່ສູນທຸລະກິດ life style ຫຼື ໂອເອຊິສ(OASYS) ແຂວງພຣະນະຄອນສີອະຍຸດທະຍາ ເມື່ອວັນທີ 6-7 ກໍລະກົດ 2023 ທີ່ຜ່ານມາ ນັບເປັນປີທີ 7 ໂດຍເປີດໂອກາດໃຫ້ບາຣິສຕ້າມືອາຊີບຈາກຮ້ານ Café Amazon ທັງໃນປະເທດ ແລະ ຕ່າງປະເທດ ໄດ້ສະແດງສີມືຢ່າງຂຸ້ນຂ້ຽວ ສຳຫລັບສຸດຍອດບາຣິສຕ້າ ຜູ້ໄດ້ຮັບລາງວັນຊະນະເລີດປະຈຳປີ 2023 ໄດ້ແກ່ ນາງ ດວງດາວ ວົງໄຊຍາ ຈາກ Café Amazon ສາຂາວັດຈັນ ສປປ.ລາວ ລາງວັນຮອງຊະນະເລີດອັນດັບ...