ບໍລິສັດ ພີທີທີ(ລາວ)ຈຳກັດ ຈັດສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງສ້າງລາຄານ້ຳມັນເຊື້ອໄຟຂອງປະເທດໄທ

ໃນຕອນແລງຂອງວັນທີ 25/04/2025 ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ຈັດສຳມະນາ ແລກປ່ຽນຄວາມຮູ້ກ່ຽວກັບໂຄງສ້າງລາຄານ້ຳມັນເຊື້ອໄຟຂອງປະເທດໄທ ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນປະທານຮັບຟັງການບັນຍາຍໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວຫນ້າກົມການຄ້າພາຍໃນ ໃນການບັນຍາຍເລື່ອງໂຄງສ້າງ ລາຄານ້ຳມັນຂອງປະເທດໄທຄັ້ງນີ້ ທາງບໍລິສັດ ພີທີທີ(ລາວ) ຈຳກັດ ... ອ່ານເພີ່ມເຕີມ

ການລົງ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ຂອງກົມມາດຕະຖານແລະວັດແທກແຂວງວຽງຈັນ

ໃນລະຫວ່າງວັນທີ 21-22/04/2025 ພະແນກອຸດສະຫະກຳແລະການຄ້າ ຂະແຫນງຊັບສິນທາງປັນຍາ, ກົມມາດຕະຖານແລະວັດແທກແຂວງວຽງຈັນໄດ້ລົງກວດກາວຽກງານກວດສອບປະລິມານ ( Calibration ) ຫົວຈ່າຍນ້ຳມັນປະຈຳປີ 2025 ທີ່ສະຖານີບໍລິການນ້ຳມັນ ພີທີທີ (ລາວ) ຮ່ວມກັບໜ່ວຍງານຄວບຄຸມຄຸນນະພາບແລະປະລິມານ ຂອງບໍລິສັດພີທີທີ (ລາວ)ຈຳກັດ ຈຳນວນ 5 ສະຖານີບໍລິການນ້ຳມັນດັ່ງນີ້: 1. ... ອ່ານເພີ່ມເຕີມ

PTTLAOຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ປ້ຳນ້ຳມັນ ພີທີທີ(ລາວ) ສາຂາຫນອງແຕ່ງ

ໃນວັນທີ 12ເມສາ2025 ບໍລິສັດ ພີທີທີ(ລາວ)ຈຳກັດ ໄດ້ສະແດງຄວາມຂອບໃຈ ແລະຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ປ້ຳນ້ຳມັນ ພີທີທີ(ລາວ) ສາຂາຫນອງແຕ່ງ ໃນການປະຕິບັດຫນ້າທີ່ລະງັບເຫດໄຟໄຫມ້ລົດໃນຂະນະທີ່ມາເຕີມນ້ຳມັນໃນປ້ຳ ເປັນການສະແດງເຖິງຄວາມມີສັກກະຍະພາບຢ່າງຍິ່ງໃນການປະຕິບັດວຽກງານຮັກສາມາດຕະການດ້ານຄວາມປອດໄພໄດ້ຢ່າງເປັນເລີດ ຕາມແບບແຜນນະໂຍບາຍຂອງບໍລິສັດທີ່ວາງອອກ ທັງນີ້ ພີທີທີ(ລາວ) ຂໍຂອບໃຈພະນັກງານທຸກຄົນທີ່ຕັ້ງໃຈປະກອບສ່ວນປະຕິບັດວຽກງານດ້ວຍຄວາມທຸ້ມເທຕະຫລອດມາ ພ້ອມນີ້ຂໍຂອບໃຈພາກສ່ວນອື່ນໆບໍ່ວ່າຈະເປັນຫນ່ວຍງານກູ້ໄພ ຫນ່ວຍງານດັບເພີງ ແລະຜູ້ທີ່ມີສ່ວນຮ່ວມທຸກຄົນທີ່ໃຫ້ການຊ່ວຍເຫລືອໃນເຫດການຄັ້ງນີ້ ຂໍອວຍພອນໄຊໃຫ້ທຸກຄົນຈົ່ງປະສົບແຕ່ຄວາມສຸກໂຊກດີຕະຫລອດໄປ ດ້ວຍຄວາມປາຖະຫນາດີຈາກ ບໍລິສັດ ... ອ່ານເພີ່ມເຕີມ

ສະບາຍດີປີໃຫມ່ລາວ ພສ 2568

ສະບາຍດີປີໃຫມ່ລາວ ພສ 2568 ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມສຸກຈະເລີນຮຸ່ງເຮືອງຕະຫລອດການ ໂຊກຫມານຕະຫລອດປີ ເປັນເສດຖີຕະຫລອດໄປ ມີອາຍຸ ວັນນະ ສຸກຂະ ພະລະ ດ້ວຍເທີ້ນ #ສະບາຍດີປີໃຫມ່ລາວ ພສ 2568 #PTTLAO ... ອ່ານເພີ່ມເຕີມ